Project Description
T Chloro Plus (ທີ ຄໍໂລ ພັດ)
ລົດສານພິດຕົກຄ້າງ ເພີ່ມອອກຊິເຈນໃຫ້ກັບຮ່າງກາຍ
ຜະລິດຕະພັນເສີມອາຫານ NUTRINAL ໂດຍ SUCCESSMORE
T Chloro Plus (ທີ ຄໍໂລ ພັດ) ຜະລິດຕະພັນເສີມອາຫານທີ່ຊ່ວຍລົດສານພິດຕົກຄ້າງ ແລະເພີ່ມອອກຊິເຈນໃຫ້ກັບຮ່າງກາຍ ເຮັດໃຫ້ຮູ້ສຶກຕື່ນຕົວ ສົດຊື່ນ ກະປີ້ກະເປົ່າ
ຄຸນສົມບັດ T Chloro Plus (ທີ ຄໍໂລ ພັດ)
– ຊ່ວຍລົດການສະສົມສານພິດຕ່າງໆໃນລະບົບທາງເດີນອາຫານ ແລະລະບົບໄຫລວຽນເລືອດ
– ຊ່ວຍເສີມພູມຕ້ານທານໃຫ້ກັບຮ່າງກາຍ
– ຊ່ວຍລົດສານກໍ່ມະເຮັງໃນຮ່າງກາຍ
– ກະຕຸ້ນການສ້າງເມັດເລືອດແດງ ແລະເພີ່ມປະສິດທິພາບຂອງເມັດເລືອດແດງ
– ຊ່ວຍເພີ່ມປະສິດທິພາບໃນການເຮັດວຽກຂອງລະບົບທາງເດີນອາຫານ
– ຊ່ວຍໃນຂະບວນການຕໍ່ຕ້ານອະນຸມູນອິດສະລະ
– ຊ່ວຍລົດລະດັບ LDL Cholesterol ແລະຊ່ວຍເພີ່ມລະດັບ HDL Cholesterol
– ຊ່ວຍລົດຄວາມສ່ຽງໃນການເກີດໂລກເຮື້ອຮັງຕ່າງໆ ເຊັ່ນ ໂລກກ່ຽວກັບຫົວໃຈແລະຫລອດເລືອດ
– ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດໄດ້ດີຂຶ້ນໃນຜູ້ປ່ວຍໂລກເບົາຫວານ
– ຊ່ວຍຄວບຄຸມນ້ຳຫນັກໄດ້ດີ
– ຊ່ວຍບໍາລຸງຜິວໃຫ້ມີສຸຂະພາບດີຈາກພາຍໃນສູ່ພາຍນອກ
ຄຸນສົມບັດຂອງສ່ວນປະກອບ T Chloro Plus (ທີ ຄໍໂລ ພັດ)
Sodium Copper Chlorophyllin
ໂຊດຽມ ຄອບເປີ ຄໍໂລຟິວລິນ ເປັນການສະກັດຄໍໂລຟິວຈາກທໍາມະຊາດໃຫ້ສາມາດລະລາຍນ້ຳໄດ້ ແລະເຮັດໃຫ້ຄໍໂລຟິວມີຄວາມຄົງຕົວສູງ ເພື່ອໃຫ້ຮ່າງກາຍມະນຸດນໍາໄປໃຊ້ປະໂຍດໄດ້ທັນທີ ຊຶ່ງແຕກຕ່າງຈາກຄໍໂລຟິວທີ່ຢູ່ໃນເຊວພືດທົ່ວໄປທີ່ບໍ່ລະລາຍນ້ຳແຕ່ຈະລະລາຍໄດ້ດີໃນໄຂມັນຫລືແອວກໍຮໍບາງຮູບແບບເທົ່ານັ້ນ ຮ່າງກາຍຈຶ່ງບໍ່ສາມາດດູດຊຶມໄດ້ອຍ່າງເຕັມທີ່
ຄຸນປະໂຍດຂອງ ໂຊດຽມ ຄອບເປີ ຄໍໂລຟິວລິນ
1. ເຮັດໃຫ້ຮູ້ສຶກສົດຊື່ນ ຫາຍເໜື່ອຍຈາກອາການອ່ອນເພຍ
2. ເຮັດໃຫ້ຮ່າງກາຍມີພູມຕ້ານທາງແຂງແຮງຂຶ້ນແລະມີສຸຂະພາບແຂງແຮງ
3. ຂັບສານພິດອອກຈາກຮ່າງກາຍທັງໃນລະບົບທາງເດີນອາຫານແລະລະບົບໄຫລວຽນເລືອດ
4. ຊ່ວຍກະຕຸ້ນການສ້າງເມັດເລືອດແດງ ເນື່ອງຈາກໂຄງສ້າງຄ້າຍກັບຮີໂມໂກບິນ (Hemoglobin) ຊຶ່ງເປັນສ່ວນປະກອບສໍາຄັນຂອງເມັດເລືອດແດງໃນການນໍາອອກຊິເຈນໄປລ້ຽງເຊວຕ່າງໆ ທົ່ວຮ່າງກາຍ
5. ເພີ່ມປະສິດທິພາບເຊວເມັດເລືອດແດງເຮັດໃຫ້ລະບົບໄຫລວຽນເລືອດແລະເມຕາບໍລິຊຶມດີຂຶ້ນ
6. ຊ່ວຍປ້ອງກັນການຈະເລີນເຕີບໂຕຂອງເຊວມະເຮັງ
7. ລົດຄວາມດັນໂລຫິດ ລົດບັນຫາເສັ້ນເລືອດຫົວໃຈຕີບ
8. ຄວບຄຸມລະດັບນ້ຳຕານໃນເລືອດໄດ້ດີຂຶ້ນໃນຜູ້ປ່ວຍທີ່ເປັນໂລກເບົາຫວານ
9. ຍັບຍັ້ງການຈະເລີນເຕີບໂຕຂອງແບັກທີເລຍ
10. ບັນເທົາອາການປວດຫົວ ປວດໄມເກນ ປວດປະຈໍາເດືອນ
Green Tea Extract
ຊາຂຽວມີສານຕ້ານອະນຸມູນອິດສະລະ (Anti-Oxidants) ປະສິດທິພາບສູງ ມີຊື່ວ່າ ໂພລີຟີນອນ (Polyphenols)
ສານໂພລີຟີນອນ EGCC (Epigallo Catechin)
– ຊ່ວຍເພີ່ມແບັກທີເລຍຊະນິດດີໃນລໍາໄສ້ ຈຶ່ງສາມາດຊ່ວຍລ້າງສານພິດແລະກໍາຈັດພິດໃນລໍາໄສ້
– ຊ່ວຍຍ່ອຍສະຫລາຍໄຂມັນຊະນິດເລວທີ່ມີອັນຕະລາຍຕໍ່ຮ່າງກາຍ
– ມີລິດຊ່ວຍຕ້ານມະເຮັງໃນລໍາໄສ້
– ມີລິດຕ້ານແບັກທີເລຍ ແລະໄວຣັດ ລົດອັດຕາການເກີດແຜໃນກະເພາະອາຫານ
ສານຄາເທຊິນ (Catechin)
– ຊ່ວຍເລັ່ງອັດຕາການເຜົາຜານພະລັງງານຂອງຮ່າງກາຍ ເຮັດໃຫ້ຮ່າງກາຍມີການໃຊ້ພະລັງງານສູງ ນໍາໄປສູ່ການເລັ່ງສະຫລາຍໄຂມັນສ່ວນເກີນທີ່ສະສົມໃນຮ່າງກາຍ ເຮັດໃຫ້ຄວບຄຸມນ້ຳຫນັກໄດ້ດີຂຶ້ນ
Alfalfa Extract
Alfalfa ເປັນພືດທີ່ມີຮາກທີ່ສາມາດຊອນໄຊໄປໄດ້ລຶກກວ່າ 130 ຟຸດ ຈຶ່ງມີປະສິດທິພາບໃນການດູດຊຶມທາດອາຫານໄດ້ດີ ຊາວອາຫຣັບໂບຮານໃຊ້ປະໂຍດຈາກ Alfalfa ໂດຍໃຊ້ລ້ຽງສັດ ເພື່ອເພີ່ມຄວາມໄວແລະຄວາມແຂງແຮງໃຫ້ກັບມ້າ ອີກທັງຍັງໃຊ້ ໃບມາຕາກແຫ້ງຊົງເປັນຊາດື່ມ ດ້ວຍຄຸນຄ່າທາງອາຫານທີ່ມີຫລາຍ ຊາວອາຫຣັບຈຶ່ງຂະຫນານນາມ Alfalfa ໃຫ້ເປັນ AL-FAS-FHA-SHA ຫລື “ລາຊາແຫ່ງອາຫານທັງຫມົດ”
ຄຸນປະໂຍດຂອງ Alfalfa
1. ສານຄໍໂລຟິວ (Chlorophyll) ຊ່ວຍຂັບສານພິດອອກຈາກຮ່າງກາຍ ໂດຍສະເພາະສານຕົກຄ້າງຈາກຢາປະຕິຊີວະນະ ຫລືສານຕົກຄ້າງຈາກເຄມີໃນອາຫານ ຊ່ວຍໃຫ້ຮ່າງກາຍມີພູມຕ້ານທານທີ່ແຂງແຮງຂຶ້ນ
2. ສານຊາໂປນິນ (Saponin) ທີ່ພົບໃນ Alfalfa ມີລັກສະນະດຽວກັນກັບທີ່ພົບໃນຮາກໂສມ ຊ່ວຍໃນການລະລາຍໄຂມັນທີ່ເກາະຢູ່ຕາມຫລອດເລືອດແລະປ້ອງກັນການເກາະຕົວຂອງໄຂມັນໃນຜະຫນັງຫລອດເລືອດ ຊ່ວຍລົດລະດັບຄໍເລດເຕີລອນຊະນິດເລວ (LDL) ປ້ອງກັນໂລກຄວາມດັນໂລຫິດສູງແລະໂລກຫົວໃຈ
3. ສານເບຕ້າແຄໂລທີນ (Beta Careotene) ຊ່ວຍສົ່ງເສີມລະບົບພູມຄຸ້ມກັນໂລກ ຊ່ວຍໃຫ້ຜິວຫນັງແລະເຍື່ອບຸຜິວແຂງແຮງ
4. ມີກົດອະມິໂນທີ່ຈໍາເປັນຕໍ່ຮ່າງກາຍ 8 ຊະນິດ ທີ່ເປັນສ່ວນປະກອບຂອງເອນໄຊຕ່າງໆ ໃນຮ່າງກາຍ ທີ່ຊ່ວຍໃຫ້ລະບົບການຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ
5. ເປັນສານຕ້ານອະນຸມູນອິດສະລະ (Antioxidant) ທີ່ດີໃນການກໍາຈັດອະນຸມູນອິດສະລະ
6. ມີວິຕາມິນ A, B, B6, B8, B12, C, D, E, K ແລະເກືອແຮ່ ເຊັ່ນ ຟອດຟໍລັດ ໂປແຕສຊຽມ ແຄວຊຽມສັງກະສີ ເຊເລນຽມ ແລະແມກນີຊຽມ ທີ່ເປັນປະໂຍດຕໍ່ຮ່າງກາຍ
Ascorbic Acid (ວິຕາມິນ ຊີ)
– ເສີມສ້າງພູມຕ້ານທານໃຫ້ແຂງແຮງ
– ຊ່ວຍໃນການສັງເຄາະຄໍລາເຈນ ເພື່ອຟື້ນຟູເຊວຜິວຫນັງໃຫ້ກັບມາຍືດຫຍຸ່ນໄດ້ດີ
– ຊ່ວຍຕ້ານອະນຸມູນອິດສະລະ
ວິທີຮັບປະທານ T Chloro Plus (ທີ ຄໍໂລ ພັດ):
ຊົງ T Chloro Plus (ທີ ຄໍໂລ ພັດ) 1 ຊອງ ຕໍ່ນ້ຳ 500-1000 ມິນລິລິດ ສາມາດທານແທນນ້ຳໄດ້ຕະຫຼອດທັງວັນ





