Project Description

Nu Oxy (ນູອອກຊີ່)
ຜະລິດຕະພັນເສີມອອກຊິເຈນໃຫ້ກັບຮ່າງກາຍ

ຜະລິດຕະພັນເສີມອາຫານ NUTRINAL ໂດຍ SUCCESSMORE

Nu Oxy (ນູອອກຊີ່) ຜະລິດຕະພັນເສີມອອກຊິເຈນໃຫ້ກັບຮ່າງກາຍ ເປັນແຫລ່ງລວມສານອາຫານ 129 ຊະນິດ ຊ່ວຍເຕີມຄວາມສົດຊື່ນ ກະປີ້ກະເປົ່າ ເພີ່ມພະລັງງານ ແລະປັບສົມດຸນໃຫ້ກັບທຸກລະບົບຂອງຮ່າງກາຍ ເສີມພູມຄຸ້ມກັນ ປັບສົມດຸນ ເຕີມເຕັມສານອາຫານ

Nu Oxy (ນູອອກຊີ່) ປະກອບໄປດ້ວຍແຮ່ທາດທີ່ຈໍາເປັນສໍາລັບຮ່າງກາຍ 78 ຊະນິດ (34 ຊະນິດ ຈາກຕົ້ນພືດເກົ່າແກ່ເທິງບົກທີ່ມີມາຕັ້ງແຕ່ຍຸກດຶກດໍາບັນ ຈາກພືດດິນທີ່ຍັງບໍ່ຖືກບຸກເບີກ ແລະອີກ 14 ຊະນິດ ຈາກທະເລຕອນໃຕ້ຂອງນິວຊີແລນທີ່ຍັງບໍ່ຖືກຮົບກວນຈາກສານພິດ) ນອກຈາກນີ້ ຍັງມີເອນໄຊ 34 ຊະນິດ ແລະກົດອະມິໂນອີກ 17 ຊະນິດ ລວມທັງສິ້ນ 129 ຊະນິດ ແຮ່ທາດທີ່ມີຢູ່ໃນ Nu Oxy (ນູອອກຊີ່) ເປັນສານທີ່ໄດ້ມາຈາກທໍາມະຊາດທັງສິ້ນ ບໍ່ມີແອວກໍຮໍ ບໍ່ມີກູໂຄດ ເປັນສານສະກັດທີ່ໄດ້ມາຈາກຂະບວນການສະກັດວິທີຄວາມເຢັນຍິ່ງຍວດ (Cryogenic)

ຄຸນສົມບັດ Nu Oxy (ນູອອກຊີ່)
– ມີສ່ວນຊ່ວຍເພີ່ມພະລັງງານ
– ມີສ່ວນຊ່ວຍສ້າງພູມຄຸ້ມກັນ
– ມີສ່ວນຊ່ວຍເສີມສ້າງເຊວໃຫມ່
– ຊ່ວຍກະຕຸ້ນຄວາມສາມາດທາງຊີວະພາບຂອງອອກຊິເຈນໃຫ້ເຂົ້າສູ່ຮ່າງກາຍໄດ້
– ອອກຊິເຈນເປັນເຊື້ອເພີງສໍາລັບທຸກລະບົບຂອງຮ່າງກາຍ
– ຊ່ວຍຂະຈັດສານພິດແລະຂອງເສຍ
– ໃຊ້ສະເປຕາມຮ່າງກາຍຫລືບາດແຜໄດ້ ເພື່ອສະຫມານແຜແລະດູແລຜິວ

ສ່ວນປະກອບສໍາຄັນ Nu Oxy (ນູອອກຊີ່)
ນ້ຳສົ້ມສາຍຊູຫມັກຈາກພືດໃຕ້ທະເລນ້ຳເລິກ
– Oxygen
– mineral ກວ່າ 78 ຊະນິດ
– enzyme ກວ່າ 34 ຊະນິດ
– Amino ທີ່ຈໍາເປັນ ກວ່າ 17 ຊະນິດ
– ສານລະລາຍທາງໄຟຟ້າ

ຄຸນສົມບັດຂອງສ່ວນປະກອບ Nu Oxy (ນູອອກຊີ່)

ອອກຊິເຈນ (O2)
ເປັນແຮ່ທາດສໍາຄັນທີ່ເຮັດໃຫ້ຊີວິດດໍາລົງຢູ່ໄດ້ ອອກຊິເຈນໃຫ້ຊີວິດແລະພະລັງງານກັບເຊວທຸກເຊວຂອງຊີວິດ ການໄດ້ຮັບອອກຊິເຈນນ້ອຍຍ່ອມບໍ່ເປັນສິ່ງທີ່ພຶງປາດ​ຖະໜາຢ່າງຍິ່ງສໍາລັບຮ່າງກາຍ ເພາະວ່າມີຜົນກະທົບຕໍ່ທຸກລະບົບຂອງຮ່າງກາຍລວມໄປເຖິງການຜະລິດສານເຄມີໃນຮ່າງກາຍຜິດປະກະຕິ

ໄຮໂດເຈນ
ເປັນສານທີ່ຮ່າງກາຍຕ້ອງການນໍາໄປໃຊ້ໃນການສ້າງແລະຊ່ອມແຊມສ່ວນຕ່າງໆ ຂອງຮ່າງກາຍ ທັງໃນລະບົບພູມຄຸ້ມກັນຊີວິດ ໃນອະໄວຍະວະຕ່າງໆ ລວມເຖິງການສ້າງເຊວຕ່າງໆ ຂອງຮ່າງກາຍ

ໄນໂຕເຈນ
ເປັນທາດຫນຶ່ງທີ່ມີຄວາມສໍາຄັນຢ່າງຍິ່ງຕໍ່ສິ່ງມີຊີວິດທຸກຊະນິດ ເພາະເປັນສ່ວນປະກອບທີ່ສໍາຄັນຂອງກົດອະມິໂນໃນຮ່າງກາຍ

ຄາບອນ
ຊ່ວຍໃຫ້ຮີໂມໂກບິນໃນເມັດເລືອດແດງປ່ອຍກ໊າຊອອກຊິເຈນອອກມາໃຫ້ເຊວຂອງຮ່າງກາຍນໍາໄປໃຊ້ໃນການດໍາລົງຊີວິດ

ກໍາມະຖັນ
ຊ່ວຍໃຫ້ບາດແຜຫາຍໄວຍິ່ງຂຶ້ນ ລົດອາການທີ່ເກີດຈາກພູມແພ້

ໂຄມຽມ
ຊ່ວຍໃຫ້ຮ່າງກາຍເຜົາໄຫມ້ນ້ຳຕານໄດ້ດີຂຶ້ນ ເພີ່ມພະລັງງານໃຫ້ກັບຮ່າງກາຍ ຂະນະດຽວກັນກໍຊ່ວຍເສີມຄວາມແຂງແຮງໃຫ້ກັບຫລອດເລືອດແລະອະໄວຍະວະຕ່າງໆ

ທອງແດງ
ຈໍາເປັນສໍາລັບການສ້າງເຊວເມັດເລືອດແດງ ການສ້າງຜັງຜືດເນື້ອເຍື່ອແລະຍັງກ່ຽວຂ້ອງກັບການສ້າງເມັດສີໃນຜິວຫນັງ

ໄອໂອດີນ
ເປັນສານສໍາຄັນທີ່ຕ່ອມໄທຣອຍໃຊ້ໃນການສ້າງໄທຣອຍຮໍໂມນ ຊຶ່ງມີຄວາມສໍາຄັນເປັນຢ່າງຫລາຍໃນການສ້າງການຈະເລີນເຕີບໂຕຂອງຮ່າງກາຍ ໃຊ້ໃນການສ້າງເຊວ ສ້າງໃຍປະສາດ ສ້າງກະດູກແລະສ້າງສຸຂະພາບຂອງຈິດໃຫ້ດີຂຶ້ນ

ເຫລໍກ
ໃຊ້ໃນການສ້າງຮີໂມໂກບິນ ສ້າງໂປຕີນທີ່ພາອອກຊິເຈນໃຫ້ໄຫລຫມຸນວຽນໄປທົ່ວຮ່າງກາຍ ມີສ່ວນໃນການສ້າງຮໍໂມນບາງຊະນິດ ສ້າງເຊວຜັງຜືດເນື້ອເຍື່ອ ສ້າງຕົວກາງສື່ປະສາດສະຫມອງ ແລະຊ່ອມແຊມລະບົບພູມຄຸ້ມກັນໃຫ້ກັບຮ່າງກາຍ

ແມງການີສ
ເປັນສານຕໍ່ຕ້ານອະນຸມູນອິດສະລະ ມີບົດບາດສໍາຄັນໃນດ້ານປະຕິກິລິຢາເຄມີທີ່ກ່ຽວຂ້ອງກັບການສ້າງພະລັງງານ ການສ້າງເຊວປະສາດ ຊ່ວຍໃນຂະບວນການຍ່ອຍ ເຮັດໃຫ້ກ້າມເນື້ອມີການຫົດເກັງຕົວ ແລະສ້າງກະດູກ

ໂມລິບດີນໍາ
ຊ່ວຍໃຫ້ຮ່າງກາຍຍັງຄົງມີສຸຂະພາບທີ່ດີ ຊ່ວຍລ້າງສານພິດຈາກໂຊດຽມຊັລເຟຕແລະສານປະກອບທີ່ມາຈາກກໍາມະຖັນ

ຊິລິນຽມ
ຊ່ວຍໃນການປ້ອງກັນໂລກມະເຮັງແລະໂລກຫົວໃຈ ແລະຍັງຊ່ວຍກະຕຸ້ນລະບົບພູມຄຸ້ມກັນໃຫ້ກັບຮ່າງກາຍໄດ້ດ້ວຍ

ສັງກະສີ
ມີສ່ວນໃນການສ້າງໂຄງສ້າງຂອງຮ່າງກາຍແລະສ້າງເຄືອຂ່າຍຂອງເຊວ ເຊັ່ນດຽວກັບການສ້າງເອນໄຊຕ່າງໆ ຫລາຍກວ່າ 200 ຊະນິດ ນອກຈາກນີ້ຍັງມີສ່ວນສໍາຄັນໃນການສະຫມານແຜ

ວິທີການຮັບປະທານ Nu Oxy (ນູອອກຊີ່):
ຫຍົດ ນູອອກຊີ່ 8 ຫຍົດ ລົງໃນນ້ຳສະອາດ ຫລື ນ້ຳຜົນລະໄມ້ 1 ແກ້ວ (250 ມິນລິລິດ)
ຄົນດ້ວຍບ່ວງພາດສະຕິກ ດື່ມວັນລະ 2-3 ຄັ້ງ ເຂຍ່າຂວດກ່ອນຮັບປະທານ

ລາຄາ 2,500 ບາດ, PV 400, ລະຫັດ 1018
ສອບຖາມ (ລາຄາພິເສດ)

NuOxy-1 NuOxy-2