Project Description
FLOW (ໂຟວ)
ອາຫານເສີມບໍາລຸງສະຫມອງແລະລະບົບປະສາດ
ຜະລິດຕະພັນເສີມອາຫານ NUTRINAL ໂດຍ SUCCESSMORE
FLOW (ໂຟວ) ຜະລິດຕະພັນເສີມອາຫານບໍາລຸງສະຫມອງແລະລະບົບປະສາດ ເພີ່ມປະສິດທິພາບໃນດ້ານຄວາມຈໍາແລະການຮຽນຮູ້ ຊ່ວຍບໍາລຸງແລະຟື້ນຟູລະບົບປະສາດແລະຫລອດເລືອດສະຫມອງ ປ້ອງກັນໂລກອັນໄຊເມີ
ຄຸນສົມບັດ FLOW (ໂຟວ)
– ບໍາລຸງສະຫມອງ ເພີ່ມປະສິດທິພາບໃນດ້ານຄວາມຈໍາແລະການຮຽນຮູ້
– ຟື້ນຟູລະບົບປະສາດ ຊ່ວຍຂະຫຍາຍຫລອດເລືອດແລະລົດການອຸດຕັນຂອງຫລອດເລືອດສະຫມອງ
– ປ້ອງກັນໂລກອັນໄຊເມີ ເພີ່ມການໄຫລວຽນເລືອດໄປລ້ຽງສະຫມອງແລະລົດຄວາມສ່ຽງໃນການເກີດໂລກອັນໄຊເມີ
ຄຸນສົມບັດຂອງສ່ວນປະກອບ FLOW (ໂຟວ)
Choline Bitartrate
Choline ເປັນສານຕັ້ງຕົ້ນຫລັກໃນການສັງເຄາະສານສື່ປະສາດທີ່ມີຊື່ວ່າ Acetylcholine ຊຶ່ງເປັນສານສື່ປະສາດທີ່ສໍາຄັນທີ່ກ່ຽວຂ້ອງກັບຄວາມຈໍາແລະການຮຽນຮູ້ ມີຄວາມສໍາຄັນຕໍ່ການພັດທະນາການດ້ານການຮຽນຮູ້ ໂດຍສະເພາະລະບົບຄວາມຈໍາ ເສີມດ້ວຍ Bitartrate ທີ່ຈັດຢູ່ໃນກຸ່ມຂອງວິຕາມິນບີລວມ ມີຄວາມສາມາດຜ່ານເຂົ້າສູ່ສະຫມອງໄດ້ໂດຍກົງ ດັ່ງນັ້ນ Choline Bitartrate ຈຶ່ງມີຄຸນສົມບັດເດັ່ນໃນການປ້ອງກັນແລະຮັກສາໂລກຄວາມຈໍາເສື່ອມ (Alzheimer’s Disease)
Ginkgo Biloba (ໃບແປະກ໊ວຍ)
ຊ່ວຍກະຕຸ້ນການສ້າງ Prostacyclin ແລະກະຕຸ້ນການຫລັ່ງ Nitric Oxide ຊຶ່ງມີຜົນເຮັດໃຫ້ເກີດການຄາຍຕົວຂອງກ້າມເນື້ອຫລອດເລືອດ ຍັບຍັ້ງການເກາະກຸ່ມຂອງເກັດເລືອດ ຊ່ວຍເພີ່ມການໄຫລວຽນເລືອດທີ່ສະຫມອງ ເຮັດໃຫ້ເພີ່ມອອກຊິເຈນແລະອາຫານໄປລ້ຽງສະຫມອງຫລາຍຂຶ້ນ
Goji Berry Extract
ໂກຈິເບີລີ່ ຫລື ເກົ໋າກີ້ ມີສານຕ້ານອະນຸມູນອິດສະລະໃນປະລິມານທີ່ສູງຫລາຍ ຈຶ່ງຊ່ວຍປ້ອງກັນການເສື່ອມຂອງເຊວສະຫມອງ ນອກຈາກນີ້ຍັງຊ່ວຍກະຕຸ້ນການສ້າງສານໂຄລີນ (Choline) ຊຶ່ງເປັນສານຕັ້ງຕົ້ນຫລັກໃນການສັງເຄາະສານສື່ປະສາດທີ່ມີຊື່ວ່າ Acetylcholine ຈຶ່ງຊ່ວຍເພີ່ມຄວາມຈໍາແລະການຮຽນຮູ້ໄດ້ດີຍິ່ງຂຶ້ນ
Blueberry Extract
ມີສານ Anthocyanin ຊຶ່ງເປັນສານຕ້ານອະນຸມູນອິດສະລະ ຊ່ວຍປ້ອງກັນການເສື່ອມຂອງເຊວສະຫມອງ ແລະເພີ່ມສານສື່ປະສາດໃນສະຫມອງທີ່ກ່ຽວກັບຄວາມຈໍາ ເຮັດໃຫ້ເພີ່ມປະສິດທິພາບໃນການຮຽນຮູ້ແລະເພີ່ມຄວາມຈໍາຫລາຍຂຶ້ນ
L-Carnitine
ເປັນກົດອະມິໂນຊະນິດຫນຶ່ງ ທີ່ຊ່ວຍເພີ່ມການຜະລິດ Acetylcholine ຊຶ່ງມີສ່ວນສໍາຄັນສໍາລັບການເຮັດວຽກຂອງເຊວສະຫມອງແລະສື່ປະສາດໃນສະຫມອງ ຊ່ວຍປົກປ້ອງອາການສະຫມອງເສື່ອມທີ່ເກີດຈາກຄວາມຊະລາ (Dementia) ຊ່ວຍເລື່ອງຄວາມຈໍາ ເພີ່ມສະມາທິ ແລະການຜະລິດພະລັງງານໃນສະຫມອງ ຊ່ວຍປົກປ້ອງເຊວປະສາດຈາກການທໍາລາຍຂອງສານອະນຸມູນອິດສະລະໄດ້ດ້ວຍ
Phosphatidylserine
ເປັນ Phospholipid ທີ່ເປັນສ່ວນປະກອບຂອງໂຄງສ້າງຂອງເຍື່ອຫຸ້ມເຊວສະຫມອງ ທີ່ສາມາດຊ່ວຍເພີ່ມ Choline ແລະ Acetylcholine ຈຶ່ງຊ່ວຍບໍາລຸງສະຫມອງ ເຮັດໃຫ້ການສື່ສານຂອງລະບົບປະສາດເຮັດວຽກດີຂຶ້ນ ຊ່ວຍເພີ່ມຄວາມຈໍາແລະການຮຽນຮູ້ດີຍິ່ງຂຶ້ນ
Grape Seed Extract
ມີສານໄບໂອຟາໂວນອຍ (Bioflavonoid) ໃນປະລິມານສູງໂດຍສະເພາະ Oligomeric Proanthocyanidins ຫລື OPCs ຊຶ່ງມີຄຸນສົມບັດທີ່ສໍາຄັນໃນການເປັນສານຕ້ານອະນຸມູນອິດສະລະປະສິດທິພາບສູງ ເປັນສານທີ່ມີໂມເລກຸນເລັກ ລະລາຍນ້ຳໄດ້ດີ ຈຶ່ງແຊກຊຶມໄປໄດ້ທົ່ວຮ່າງກາຍ ແລະຍັງຜ່ານເຂົ້າເນື້ອເຍື່ອສະຫມອງໄດ້ ຈຶ່ງເຂົ້າໄປຂັດຂວາງການທໍາລາຍເຊວສະຫມອງຈາກອະນຸມູນອິດສະລະໄດ້ໂດຍກົງ ນອກຈາກນີ້ຍັງຊ່ວຍເພີ່ມການໄຫລວຽນຂອງເລືອດ ແລະເພີ່ມຄວາມແຂງແຮງໃຫ້ກັບຫລອດເລືອດທີ່ສະຫມອງ
ວິທີຮັບປະທານ FLOW (ໂຟວ):
ຮັບປະທານວັນລະ 1 ແຄບຊູນ ຫລັງອາຫານເຊົ້າ
ປະລິມານ 30 ແຄບຊູນ





