Project Description

Transform (ປຸ໋ຍທານຟອມ)
ນະວັດຕະກໍາສໍາລັບພືດ

ຜະລິດຕະພັນເພີ່ມຜົນຜະລິດທາງການກະເສດ GROWING MORE ໂດຍ SUCCESSMORE

Transform (ປຸ໋ຍທານຟອມ) ຜະລິດຕະພັນເສີມອາຫານພືດ ທີ່ຊ່ວຍໃນການເພີ່ມຜົນຜະລິດທາງດ້ານການກະເສດ ນະວັດຕະກໍາ ນາໂນ ທານຟອມ ສີກກົດການກິນອາຫານຂອງພືດໂດຍທົ່ວໄປ ໂດຍສາມາດຊ່ວຍໃຫ້ພືດກິນອາຫານໄດ້ 24 ຊົ່ວໂມງ ສົ່ງເຖິງລະດັບເຊວ ພືດເຕີບໂຕໄວ ສົມບູນ ຜົນຜະລິດສຸດຍອດ ວັດຖຸດິບທີ່ໃຊ້ມາຈາກທໍາມະຊາດ ປາ​ສະຈາກສານເຄມີສາມາດໃຊ້ໄດ້ກັບພືດທຸກຊະນິດ ຊ່ວຍລົດຕົ້ນທຶນການເພາະປູກ ນັບເປັນທາງເລືອກໃຫມ່ ສໍາລັບກະເສດຕະກອນທີ່ຕ້ອງການປູກພືດຜັກປອດສານພິດ ຫລືຕ້ອງການລົດຕົ້ນທຶນແລະເພີ່ມຜົນຜະລິດ

SUCCESSMORE Transform1

Transform ສູດ 1 (ນາໂນ ເອນໄຊ)

ອາຫານພືດທີ່ເປັນສານໂພລິເມີຊີວະພາບສະກັດຈາກທໍາມະຊາດ ສູດ Transform Compound ສາມາດຍ່ອຍສະຫລາຍຕາມທໍາມະຊາດ ຊຶ່ງມີອົງປະກອບສໍາຄັນຢູ່ໃນເປືອກຂອງສັດຈໍາພວກ ກຸ້ງ ປູ ຊ່ວຍໃຫ້ພືດກິນໄດ້ 24 ຊົ່ວໂມງ ແຂງແຮງ ທົນທານ ໂຕໄວ ຮາກແຂງແຮງ ໃບໃຫຍ່ ບໍ່ຕ້ອງໃຊ້ສານຈັບໃບ ບໍ່ເປັນພິດຕໍ່ຄົນແລະສິ່ງແວດລ້ອມ

– ດອກຫລາຍ ຂົ້ວຫນຽວ ລູກດົກ ຜົນໂຕ ໃບຂຽວ
– ຕົ້ນແຂງແຮງ
– ລົດຕົ້ນທຶນ
– ໄຮ້ແມງຮົບກວນ
– ປອດສານພິດ
– ເປັນມິດຕໍ່ສິ່ງແວດລ້ອມ

ສ່ວນປະກອບສໍາຄັນ

ນາໂນ ເອນໄຊ (Nano enzyme)

ປະໂຍດດ້ານການກະເສດ

1. ກະຕຸ້ນໃຫ້ພືດສາມາດກິນອາຫານໄດ້ຕະຫຼອດ 24 ຊົ່ວໂມງ ຊ່ວຍເລັ່ງການຈະເລີນເຕີບໂຕ
2. ຊ່ວຍໃຫ້ພືດຜະລິດສານ ໂຄຕິເນດ ໄດ້ຫລາຍຂຶ້ນ ເພື່ອໃຫ້ພືດມີຄວາມຕ້ານທານໂລກທີ່ເກີດຈາກເຊື້ອລາ ແບັກທີເລຍ ຊ່ວຍໃຫ້ພືດທົນທານຕໍ່ສະພາບແວດລ້ອມທີ່ປ່ຽນແປງ
3. ຊ່ວຍໃຫ້ພືດມີຄວາມແຂງແຮງ ທົນທານຕໍ່ການຮົບກວນຂອງແມງສັດຕູພືດ
4. ກະຕຸ້ນໃຫ້ພືດສ້າງຮາກຝອຍທີ່ຍາວແລະແຂງແຮງ ເພື່ອດູດສານອາຫານໄດ້ລຶກແລະຫລາຍກວ່າ
5. ຊ່ວຍປັບດິນໃຫ້ຮ່ວນຊຸຍ ປັບສະພາບນ້ຳໃຫ້ເຫມາະສົມ
6. ບໍ່ຕ້ອງໃຊ້ສານຈັບໃບ
7. ປາ​ສະຈາກສານພິດຕົກຄ້າງ ປອດໄພ ບໍ່ທໍາລາຍສິ່ງແວດລ້ອມ
8. ສາມາດໃຊ້ໄດ້ກັບພືດທຸກຊະນິດ

ລາຄາ 1,650 ບາດ, PV 250, ລະຫັດ 5001
ສອບຖາມ (ລາຄາພິເສດ)

SUCCESSMORE Transform2

Transform ສູດ 2 (ທາດອາຫານຮອງ ທາດອາຫານເສີມ)

ນະວັດຕະກໍາອາຫານພືດ ໃຊ້ສີດພົ່ນທາງໃບເພື່ອໃຫ້ທາດອາຫານ ຊ່ວຍໃຫ້ພືດສາມາດດູດຊຶມໄປໃຊ້ໄດ້ທັນທີ ຢູ່ໃນຮູບຂອງ ຄີເລດ ທີ່ເປັນຕົວຊ່ວຍປ້ອງກັນບໍ່ໃຫ້ທາດອາຫານແຕ່ລະຕົວເຮັດປະຕິກິລິຢາກັນ ເພີ່ມປະສິດທິພາບໃຫ້ທາດອາຫານລະລາຍນ້ຳໄດ້ດີ ຄົງສະພາບໄດ້ນານແລະບໍ່ເປັນອັນຕະລາຍຕໍ່ເນື້ອເຍື່ອຫລືຮາກພືດ ຊ່ວຍເສີມສ້າງການຈະເລີນເຕີບໂຕ ຊ່ວຍໃນການສະສົມອາຫານ ລົດບັນຫາດອກລ່ວງ ຜົນລ່ວງປາສະຈາກສານພິດຕົກຄ້າງ ປອດໄພ ບໍ່ທໍາລາຍສິ່ງແວດລ້ອມ

– ພືດກິນງ່າຍ ຮັບໄວ ທາງລໍາຕົ້ນ ໃບ
– ກັກເກັບອາຫານດີ
– ດອກຫລາຍ ຂົ້ວຫນຽວ ລູກດົກ ຜົນໂຕ ໃບຂຽວ ຫົວໃຫຍ່
– ຕົ້ນແຂງແຮງ ຜົນຜະລິດດີ
– ເປັນມິດຕໍ່ສິ່ງແວດລ້ອມ

ສ່ວນປະກອບ

ປະລິມານທາດອາຫານຮອງ
ແມກນີຊຽມ 0.76% ເປັນອົງປະກອບຂອງຄໍໂລຟິວ ຊ່ວຍໃນການສ້າງພະລັງງານ

ປະລິມານທາດອາຫານເສີມ
ເຫຼັກ 0.0928% ເປັນອົງປະກອບຂອງເອນໄຊໃນຂະບວນການຫາຍໃຈແລະການສັງເຄາະແສງ
ແມງການີສ 0.2626% ກະຕຸ້ນການແຕກຕົວຂອງນ້ຳໃນການສັງເຄາະແສງ
ສັ່ງກະສີ 0.4917% ຊ່ວຍໃນການແຕກຕາ ດອກແລະຍອດ ຊ່ວຍພືດໃຫ້ທົນທານຕໍ່ອາກາດຫນາວ
ໂບລອນ 0.1790% ມີບົດບາດໃນຂະບວນການສັງເຄາະ ໂປຕີນ ແລະ ຄາໂບໄຮເດດ ຈໍາເປັນໃນການແບ່ງເຊວ ຊ່ວຍຂົນຍ້າຍນ້ຳຕານ ຊ່ວຍໃນການງອກຂອງລະອອງເກສອນ
ໂມລິບຕິນັ່ມ 0.0035% ເປັນອົງປະກອບຂອງເອນໄຊ Nitrogenase ຊ່ວຍໃຫ້ພືດນໍາໄນເຕດໄປໃຊ້ໄດ້ຫລາຍຂຶ້ນ

ຄຸນສົມບັດຂອງທາດອາຫານຮອງເສີມ

1. ເປັນສານລະລາຍໃຊ້ສີດພົ່ນທາງໃບເພື່ອໃຫ້ທາດອາຫານແກ່ພືດ ຊ່ວຍໃຫ້ພືດສາມາດດູດຊຶມໄປໃຊ້ໄດ້ທັນທີ ເຮັດໃຫ້ພືດໄດ້ຮັບທາດອາຫານຫລາຍຂຶ້ນ
2. ຢູ່ໃນຮູບຂອງ ຄີເລດ ທີ່ເປັນຕົວຊ່ວຍປ້ອງກັນບໍ່ໃຫ້ທາດອາຫານແຕ່ລະຕົວເຮັດປະຕິກິລິຢາກັນ ຊ່ວຍຊະລໍການສູນເສຍສານອາຫານ ເພີ່ມປະສິດທິພາບໃຫ້ທາດອາຫານລະລາຍນ້ຳໄດ້ດີແລະບໍ່ເປັນອັນຕະລາຍຕໍ່ເນື້ອເຍື່ອຫລືຮາກພືດ
3. ເສີມສ້າງການຈະເລີນເຕີບໂຕ ຊ່ວຍໃນການສະສົມອາຫານ ລົດບັນຫາດອກລ່ວງ ຜົນລ່ວງ
4. ປາ​ສະຈາກສານພິດຕົກຄ້າງ ປອດໄພ ບໍ່ທໍາລາຍສິ່ງແວດລ້ອມ
5. ສາມາດໃຊ້ໄດ້ກັບພືດທຸກຊະນິດ

ລາຄາ 1,650 ບາດ, PV 250, ລະຫັດ 5002
ສອບຖາມ (ລາຄາພິເສດ)

ວິທີໃຊ້ Transform (ປຸ໋ຍທານຟອມ):
ໃຊ້ຜະລິດຕະພັນ Transform ຜະສົມກັບນ້ຳ ຕາມອັດຕາສ່ວນຂອງພືດແຕ່ລະຊະນິດ ສີດພົ່ນບໍລິເວນ ໃບ ລໍາຕົ້ນ ແລະຮາກ

ປະລິມານບັນຈຸ 1 ລິດ

Transform-1 Transform-2 Transform-3 Transform-4