Project Description

S MONE’ CLAIRE ELASTIN FOAM (ໂຟມລ້າງຫນ້າ)

ຜະລິດຕະພັນເສີມຄວາມງາມ S MONE’ ໂດຍ SUCCESSMORE

S MONE’ CLAIRE ELASTIN FOAM (ໂຟມລ້າງຫນ້າ)
ແຄ ອິລາດຕິນ ໂຟມ
ນະວັດຕະກໍາອິລາດຕິນໂຟມ ຜິວສະອາດ ນຸ່ມເດ້ງ ອ່ອນເຍົາ

ນະວັດຕະກໍາໃຫມ່ໃນການເຮັດຄວາມສະອາດຜິວຫນ້າ ເນື້ອໂຟມທີ່ມີຄວາມຍືດຫຍຸ່ນ ຟອງຄີມເນື້ອລະອຽດ ຊ່ວຍລົດການສຽດສີເມື່ອສໍາຜັດກັບຜິວຫນ້າແລະຍັງສາມາດດຶງສິ່ງສົກກະປົກອອກຈາກຜິວຫນ້າໄດ້ອຍ່າງຫມົດຈົດ Elastin Foam ຊ່ວຍປົກປ້ອງອິລາດຕິນໃນຜິວ ຊຶ່ງອິລາດຕິນ ເປັນສ່ວນປະກອບສໍາຄັນທີ່ຈະເຮັດໃຫ້ຜິວມີຄວາມແຂງແຮງ ຍືດຫຍຸ່ນ ເຕັ່ງຕຶງ

ຄຸນສົມບັດຂອງສ່ວນປະກອບ S MONE’ CLAIRE ELASTIN FOAM (ໂຟມລ້າງຫນ້າ)

Natto Gum Extract (ນັດໂຕະ)
ຈາກປະເທດຍີ່ປຸ່ນ ເກີດຈາກຂະບວນການຫມັກຖົ່ວເຫລືອງ ໂດຍໃຊ້ແບັກທີເລຍບາຊິນລັດນັດໂຕະ ຊຶ່ງໃນນັດໂຕະ ມີສານໂພລີກູຕາມິກ ແອຊິດ ຊຶ່ງມີຄວາມສາມາດໃນການເກັບຄວາມຊຸ່ມຊື່ນໄດ້ເຖິງ 5 ພັນເທົ່າ ສາມາດຊ່ວຍຮັກສາສົມດຸນຂອງປະລິມານນ້ຳແລະນ້ຳມັນພາຍໃຕ້ຊັ້ນຜິວຫນັງ ໃຫ້ຜິວຄົງຄວາມຊຸ່ມຊື້ນໄດ້ອຍ່າງຕໍ່ເນື່ອງ ເຜີຍຜິວສະອາດ ອ່ອນເຍົາ ສຸຂະພາບດີ

Salmon Ovary Peptide (SOP) (ສານສະກັດຈາກຮັງໄຂ່ປາແຊນມອນ)
ຈາກປະເທດຍີ່ປຸ່ນ ວິທະຢາການໃຫມ່ຂອງສານສະກັດຈາກປາເປັນຄັ້ງທໍາອິດ ຮັງໄຂ່ປາແຊນມອນມີສານອາຫານຕ່າງໆ ໃກ້ຄຽງກັບສິ່ງທີ່ຮ່າງກາຍມະນຸດຕ້ອງການຫລາຍທີ່ສຸດ ກະຕຸ້ນໃຫ້ເກີດການຜັດເຊວຜິວໃຫມ່ ເຮັດໃຫ້ຜິວຂາວໃສຢ່າງເປັນທໍາມະຊາດ ຊ່ວຍລົດເລືອນຮິ້ວຮອຍແລະກະຕຸ້ນໃຫ້ເກີດການສ້າງຄໍລາເຈນແລະອິລາດຕິນໃຕ້ຊັ້ນຜິວ

Superox-C (ສານສະກັດຈາກພັມ)
ຈາກປະເທດອົດສະຕາລີ ມີວິຕາມິນ C ສູງ ຊ່ວຍປົກປ້ອງຜິວຈາກອະນຸມູນອິດສະລະ ປັບສີຜິວໃຫ້ສະຫມໍ່າສະເຫມີ ຜິວແລດູຂາວກະຈ່າງໃສ

Stemcell-Edelweiss (ສະເຕັມເຊວຈາກດອກເອເດນໄວ)
ຈາກປະເທດສະວິດເຊີແລນ ທີ່ອຸດົມໄປດ້ວຍແຮ່ທາດແລະສານຕ້ານອະນຸມູນອິດສະລະ ມີຄຸນສົມບັດໃນການຊ່ວຍລົດເລືອນຮິ້ວຮອຍທີ່ລຶກ ໃຫ້ແລດູຕື້ນຂຶ້ນ ປ້ອງກັນການເກີດຮິ້ວຮອຍກ່ອນໄວ ແລະຍັງສາມາດຟື້ນຟູເຊວທີ່ຖືກທໍາລາຍຈາກຮັງສີ UVA ແລະ UVB ໂດຍມີຜົນທົດສອບວ່າສາມາດປ້ອງກັນການສ້າງເມັດສີໄດ້ເຖິງ 73% ແລະສາມາດຕ້ານອະນຸມູນອິດສະລະໄດ້ເຖິງ 50%

Makolri Extract (ເຂົ້າຫມັກ)
ຈາກປະເທດເກົາຫລີ ຊ່ວຍຂະຈັດສິ່ງສົກກະປົກເທິງໃບຫນ້າແລະຍັບຍັ້ງການເກີດເມັດສີເມລານິນທີ່ເປັນສາເຫດຂອງຜິວຫນ້າຫມອງຄ້ຳ

Bonsurf CB Olive (ນ້ຳມັນມະກອກບໍລິສຸດ)
ສານເຮັດຄວາມສະອາດຜິວຈາກທໍາມະຊາດ ອ່ອນໂຍນຕໍ່ຜິວທີ່ບອບບາງແລະແພ້ງ່າຍ ອີກທັງຍັງຊ່ວຍປົກປ້ອງນ້ຳຫລໍ່ລ້ຽງຜິວ ຈຶ່ງສໍາຜັດໄດ້ເຖິງຜິວນຸ່ມຊຸ່ມຊື່ນຫລັງການລ້າງຫນ້າ

ວິທີໃຊ້ S MONE’ CLAIRE ELASTIN FOAM (ໂຟມລ້າງຫນ້າ):
ບີບອິລາດຕິນໂຟມພໍປະມານລົງເທິງຝ່າມືແລ້ວຍືດເນື້ອໂຟມ ຖູໂຟມກັບນ້ຳຈົນເກີດຟອງເນື້ອລະອຽດ ນວດເບົາໆ ທົ່ວໃບຫນ້າແລ້ວລ້າງອອກດ້ວຍນ້ຳສະອາດ

ປະລິມານ 100 ກໍາ

ລາຄາ 550 ບາດ, PV 55, ລະຫັດ 4050
ສອບຖາມ (ລາຄາພິເສດ)

A5 Elastin2 A5 Elastin2