Project Description
S MONE’ CLAIRE ELASTIN FOAM (ໂຟມລ້າງຫນ້າ)
ຜະລິດຕະພັນເສີມຄວາມງາມ S MONE’ ໂດຍ SUCCESSMORE
S MONE’ CLAIRE ELASTIN FOAM (ໂຟມລ້າງຫນ້າ)
ແຄ ອິລາດຕິນ ໂຟມ
ນະວັດຕະກໍາອິລາດຕິນໂຟມ ຜິວສະອາດ ນຸ່ມເດ້ງ ອ່ອນເຍົາ
ນະວັດຕະກໍາໃຫມ່ໃນການເຮັດຄວາມສະອາດຜິວຫນ້າ ເນື້ອໂຟມທີ່ມີຄວາມຍືດຫຍຸ່ນ ຟອງຄີມເນື້ອລະອຽດ ຊ່ວຍລົດການສຽດສີເມື່ອສໍາຜັດກັບຜິວຫນ້າແລະຍັງສາມາດດຶງສິ່ງສົກກະປົກອອກຈາກຜິວຫນ້າໄດ້ອຍ່າງຫມົດຈົດ Elastin Foam ຊ່ວຍປົກປ້ອງອິລາດຕິນໃນຜິວ ຊຶ່ງອິລາດຕິນ ເປັນສ່ວນປະກອບສໍາຄັນທີ່ຈະເຮັດໃຫ້ຜິວມີຄວາມແຂງແຮງ ຍືດຫຍຸ່ນ ເຕັ່ງຕຶງ
ຄຸນສົມບັດຂອງສ່ວນປະກອບ S MONE’ CLAIRE ELASTIN FOAM (ໂຟມລ້າງຫນ້າ)
Natto Gum Extract (ນັດໂຕະ)
ຈາກປະເທດຍີ່ປຸ່ນ ເກີດຈາກຂະບວນການຫມັກຖົ່ວເຫລືອງ ໂດຍໃຊ້ແບັກທີເລຍບາຊິນລັດນັດໂຕະ ຊຶ່ງໃນນັດໂຕະ ມີສານໂພລີກູຕາມິກ ແອຊິດ ຊຶ່ງມີຄວາມສາມາດໃນການເກັບຄວາມຊຸ່ມຊື່ນໄດ້ເຖິງ 5 ພັນເທົ່າ ສາມາດຊ່ວຍຮັກສາສົມດຸນຂອງປະລິມານນ້ຳແລະນ້ຳມັນພາຍໃຕ້ຊັ້ນຜິວຫນັງ ໃຫ້ຜິວຄົງຄວາມຊຸ່ມຊື້ນໄດ້ອຍ່າງຕໍ່ເນື່ອງ ເຜີຍຜິວສະອາດ ອ່ອນເຍົາ ສຸຂະພາບດີ
Salmon Ovary Peptide (SOP) (ສານສະກັດຈາກຮັງໄຂ່ປາແຊນມອນ)
ຈາກປະເທດຍີ່ປຸ່ນ ວິທະຢາການໃຫມ່ຂອງສານສະກັດຈາກປາເປັນຄັ້ງທໍາອິດ ຮັງໄຂ່ປາແຊນມອນມີສານອາຫານຕ່າງໆ ໃກ້ຄຽງກັບສິ່ງທີ່ຮ່າງກາຍມະນຸດຕ້ອງການຫລາຍທີ່ສຸດ ກະຕຸ້ນໃຫ້ເກີດການຜັດເຊວຜິວໃຫມ່ ເຮັດໃຫ້ຜິວຂາວໃສຢ່າງເປັນທໍາມະຊາດ ຊ່ວຍລົດເລືອນຮິ້ວຮອຍແລະກະຕຸ້ນໃຫ້ເກີດການສ້າງຄໍລາເຈນແລະອິລາດຕິນໃຕ້ຊັ້ນຜິວ
Superox-C (ສານສະກັດຈາກພັມ)
ຈາກປະເທດອົດສະຕາລີ ມີວິຕາມິນ C ສູງ ຊ່ວຍປົກປ້ອງຜິວຈາກອະນຸມູນອິດສະລະ ປັບສີຜິວໃຫ້ສະຫມໍ່າສະເຫມີ ຜິວແລດູຂາວກະຈ່າງໃສ
Stemcell-Edelweiss (ສະເຕັມເຊວຈາກດອກເອເດນໄວ)
ຈາກປະເທດສະວິດເຊີແລນ ທີ່ອຸດົມໄປດ້ວຍແຮ່ທາດແລະສານຕ້ານອະນຸມູນອິດສະລະ ມີຄຸນສົມບັດໃນການຊ່ວຍລົດເລືອນຮິ້ວຮອຍທີ່ລຶກ ໃຫ້ແລດູຕື້ນຂຶ້ນ ປ້ອງກັນການເກີດຮິ້ວຮອຍກ່ອນໄວ ແລະຍັງສາມາດຟື້ນຟູເຊວທີ່ຖືກທໍາລາຍຈາກຮັງສີ UVA ແລະ UVB ໂດຍມີຜົນທົດສອບວ່າສາມາດປ້ອງກັນການສ້າງເມັດສີໄດ້ເຖິງ 73% ແລະສາມາດຕ້ານອະນຸມູນອິດສະລະໄດ້ເຖິງ 50%
Makolri Extract (ເຂົ້າຫມັກ)
ຈາກປະເທດເກົາຫລີ ຊ່ວຍຂະຈັດສິ່ງສົກກະປົກເທິງໃບຫນ້າແລະຍັບຍັ້ງການເກີດເມັດສີເມລານິນທີ່ເປັນສາເຫດຂອງຜິວຫນ້າຫມອງຄ້ຳ
Bonsurf CB Olive (ນ້ຳມັນມະກອກບໍລິສຸດ)
ສານເຮັດຄວາມສະອາດຜິວຈາກທໍາມະຊາດ ອ່ອນໂຍນຕໍ່ຜິວທີ່ບອບບາງແລະແພ້ງ່າຍ ອີກທັງຍັງຊ່ວຍປົກປ້ອງນ້ຳຫລໍ່ລ້ຽງຜິວ ຈຶ່ງສໍາຜັດໄດ້ເຖິງຜິວນຸ່ມຊຸ່ມຊື່ນຫລັງການລ້າງຫນ້າ
ວິທີໃຊ້ S MONE’ CLAIRE ELASTIN FOAM (ໂຟມລ້າງຫນ້າ):
ບີບອິລາດຕິນໂຟມພໍປະມານລົງເທິງຝ່າມືແລ້ວຍືດເນື້ອໂຟມ ຖູໂຟມກັບນ້ຳຈົນເກີດຟອງເນື້ອລະອຽດ ນວດເບົາໆ ທົ່ວໃບຫນ້າແລ້ວລ້າງອອກດ້ວຍນ້ຳສະອາດ
ປະລິມານ 100 ກໍາ