Project Description
Nutriga (ນູທິກ້າ)
ເສີມພູມຄຸ້ມກັນຂອງຮ່າງກາຍໃຫ້ແຂງແຮງ
ຜະລິດຕະພັນເສີມອາຫານ NUTRINAL ໂດຍ SUCCESSMORE
Nutriga (ນູທິກ້າ) ຜະລິດຕະພັນເສີມອາຫານທີ່ຊ່ວຍເສີມພູມຄຸ້ມກັນຂອງຮ່າງກາຍໃຫ້ແຂງແຮງ ຊ່ວຍຕໍ່ຕ້ານຄວາມເສື່ອມຂອງເຊວ ຟື້ນຟູເຊວ ເພີ່ມພູມຕ້ານທານ ຄົງຄວາມເປັນຫນຸ່ມສາວ ແລະໃຫ້ບຸກຄະລິກທີ່ອ່ອນເຍົາກວ່າໄວ
ຄຸນສົມບັດ Nutriga (ນູທິກ້າ)
– ຊ່ວຍເສີມພູມຄຸ້ມກັນຂອງຮ່າງກາຍ
– ລົດນ້ຳຕານແລະຄໍເລດເຕີລອນໃນເລືອດ
– ລົດການອັກເສບຕິດເຊື້ອໄດ້ດີກວ່າຢາປະຕິຊີວະນະ
– ທໍາລາຍພິດຈາກເຊື້ອລາ (mycotoxins)
– ລົດອາການປວດຂໍ້ແລະຂໍ້ອັກເສບ
– ລົດຜົນຂ້າງຄຽງຂອງເຄມີບໍາບັດແລະການສາຍແສງ
– ຊ່ວຍເພີ່ມພະລັງງານ ປັບສົມດຸນໃນຮ່າງກາຍແລະບໍາລຸງກໍາລັງ
– ປ້ອງກັນຄວາມເສື່ອມແຫ່ງໄວ ຊະລໍການເກີດຮິ້ວຮອຍ ຄົງຄວາມເປັນຫນຸ່ມສາວ ຜິວພັນເປ່ງປັ່ງສົດໃສແລດູອ່ອນເຍົາ
ຄຸນສົມບັດຂອງສ່ວນປະກອບ Nutriga (ນູທິກ້າ)
ເບຕ້າກູແຄນ
ມີ Polysaccharides ຫລາຍ ຊ່ວຍກະຕຸ້ນລະບົບພູມຄຸ້ມກັນຂອງຮ່າງກາຍ ຊ່ວຍລົດການດູດຊຶມຄໍເລດເຕີລອນ ປ້ອງກັນໂລກຄວາມດັນໂລຫິດສູງແລະໂລກຫົວໃຈ ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດປ້ອງກັນໂລກເບົາຫວານ ຊ່ວຍກະຕຸ້ນໃຫ້ເກີດການສ້າງເຊວຜິວຫນັງ ເຮັດໃຫ້ຫລຸມສິວຫາຍໄວຂຶ້ນ ເສີມສ້າງຄໍລາເຈນໃນຊັ້ນຜິວ ຕໍ່ຕ້ານຮິ້ວຮອຍແລະຊະລໍຄວາມຊະລາ (anti wrinkles และ anti aging)
ແອວ-ຊີດເຕອີນ
ເປັນກົດອະມິໂນຊະນິດຫນຶ່ງທີ່ເປັນສານຕັ້ງຕົ້ນໃນການສ້າງ Glutathione ຊ່ວຍເພີ່ມປະລິມານ Glutathione ໃຫ້ຮ່າງກາຍໃນການຕ້ານອະນຸມູນອິດສະລະ ຊຶ່ງເປັນສາເຫດຂອງຄວາມເສື່ອມແຫ່ງໄວ ເຮັດໃຫ້ຜິວຂາວຂຶ້ນ ລົດຝ້າ ກະ ຈຸດດ່າງດໍາໃຫ້ນ້ອຍລົງ ຈາກນີ້ຍັງຊ່ວຍຂະຈັດສານພິດແລະກະຕຸ້ນລະບົບພູມຄຸ້ມກັນຂອງຮ່າງກາຍ
ສານສະກັດຈາກເຫັດຫລິນຈື
ຊ່ວຍເສີມສ້າງລະບົບພູມຕ້ານທານຂອງຮ່າງກາຍ ຕ້ານການເກີດເຊວມະເຮັງ ຊ່ວຍຄວບຄຸມໄຂມັນໃນເລືອດ ປ້ອງກັນການເກີດໂລກຫົວໃຈຂາດເລືອດ ຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດໃຫ້ດີຂຶ້ນ ປ້ອງກັນການທໍາລາຍເຊວຕັບ ນອກຈາກນີ້ຍັງມີສານຕ້ານອະນຸມູນອິດສະລະຫລາຍ ຊ່ວຍຊະລໍຄວາມຊະລາ
ສານສະກັດຈາກໂສມ
ຊ່ວຍປັບສົມດຸນຂອງຮ່າງກາຍ (ຫຍິນ-ຫຍາງ) ມີສັນພະຄຸນໃນການບໍາລຸງກໍາລັງ ຊ່ວຍລົດຄວາມອ່ອນເພຍ ນອນບໍ່ຫລັບ ເບື່ອອາຫານ ຄວບຄຸມລະດັບຄໍເລດເຕີລອນໃນເລືອດ ຊ່ວຍຄວບຄຸມນ້ຳຕານໃນເລືອດ ຊ່ວຍຟື້ນຟູລະບົບພູມຄຸ້ມກັນ ຊ່ວຍໃຫ້ຂະບວນການເຜົາຜານໃນຮ່າງກາຍເພີ່ມຫລາຍຍິ່ງຂຶ້ນ ປົດປ່ອຍພະລັງງານໄດ້ຫລາຍຂຶ້ນ
ແອວ-ອາຈິນີນໄຮໂດຄໍໄຮ
ເປັນກົດອະມິໂນທີ່ຊ່ວຍກະຕຸ້ນໃຫ້ຮ່າງກາຍຜະລິດໄນຕິກອອກໄຊ (Nitric Oxide) ຊ່ວຍໃຫ້ຫລອດເລືອດຂະຫຍາຍຕົວໄດ້ດີຂຶ້ນ ກະຕຸ້ນການຫລັ່ງໂກດຮໍໂມນ (Growth Hormone) ຊຶ່ງເປັນຮໍໂມນສໍາຄັນໃນການຄົງຄວາມເປັນຫນຸ່ມເປັນສາວ ຊ່ວຍຊະລໍຄວາມຊະລາແລະເສີມສ້າງລະບົບພູມຄຸ້ມກັນໃຫ້ກັບຮ່າງກາຍ
ແຄວຊຽມ ແອດຄໍເບດ
ຊ່ວຍເພີ່ມປະລິມານວິຕາມິນຊີແລະແຄວຊຽມໃຫ້ກັບຮ່າງກາຍ ໂດຍເພີ່ມສານຕ້ານອະນຸມູນອິດສະລະ ເສີມສ້າງລະບົບພູມຄຸ້ມກັນຂອງຮ່າງກາຍ ຊ່ວຍກະຕຸ້ນການສ້າງຄໍລາເຈນໃຫ້ຜິວຫນັງ
ສານສະກັດຈາກຖັງເຊົ່າ
ຊ່ວຍເພີ່ມລະດັບອອກຊິເຈນໃນເລືອດ ແລະເພີ່ມພະລັງງານໃຫ້ກັບຮ່າງກາຍ ຊ່ວຍຂະຫຍາຍຫລອດເລືອດແລະປະສິດທິພາບການໄຫລວຽນຂອງເລືອດ ຊ່ວຍເພີ່ມສະມັດຖະພາບທາງເພດສໍາຫລັບສຸພາບບຸລຸດ ຮັກສາສົມດຸນຂອງຄໍເລດເຕີລອນ ແລະຊ່ວຍລົດອາການອັກເສບພາຍໃນຮ່າງກາຍຂອງເຮົາ
ສານສະກັດຈາກເມັດອະງຸ່ນ
ເປັນສານຕ້ານອະນຸມູນອິດສະລະທີ່ມີລິດແຮງກວ່າວິຕາມິນຊີ 20 ເທົ່າ ແລະແຮງກວ່າວິຕາມິນອີ 50 ເທົ່າຊ່ວຍຕໍ່ຕ້ານການທໍາລາຍເສັ້ນໃຍຄໍລາເຈນແລະອິລາດຕິນໃນຜິວຫນັງທີ່ເກີດຈາກອະນຸມູນອິດສະລະ ປ້ອງກັນການເກີດຮິ້ວຮອຍ ຊ່ວຍລົດຄວາມເຂັ້ມຂອງສີຜິວບໍລິເວນທີ່ດໍາຄ້ຳ ເຮັດໃຫ້ຜິວຂາວດູກະຈ່າງໃສຂຶ້ນ ເພີ່ມການໄຫລວຽນຂອງເລືອດແລະເພີ່ມຄວາມແຂງແຮງໃຫ້ກັບຫລອດເລືອດ
ສານສະກັດຈາກເປືອກສົນ
ມີສານ Proanthocyanidins ຊຶ່ງເປັນສານຕ້ານອະນຸມູນອິດສະລະທີ່ມີປະສິດທິພາບສູງ ຊ່ວຍໃຫ້ຫລອດເລືອດມີຄວາມແຂງແຮງ ປ້ອງກັນໂລກຫົວໃຈ ປ້ອງກັນການເກີດໂລກພູມແພ້ໂດຍຍັບຍັ້ງການສ້າງສານຮິດຕາມີນ ຊ່ວຍລົດຝ້າ ກະ ຈຸດດ່າງດໍາ ຊ່ວຍຍັບຍັ້ງການສະຫລາຍຕົວຂອງຄໍລາເຈນແລະອິລາດຕິນ ຈຶ່ງຊ່ວຍຊະລໍການເກີດຮິ້ວຮອຍແຫ່ງໄວ ຈຶ່ງເຮັດໃຫ້ຜິວພັນເປ່ງປັ່ງຍິ່ງຂຶ້ນ
ວິທີຮັບປະທານ Nutriga (ນູທິກ້າ):
ຮັບປະທານຄັ້ງລະ 1 ເມັດ ກ່ອນນອນ
ຂະຫນາດບັນຈຸ ກ່ອງລະ 30 ເມັດ