Project Description
MIRACLE BEE VENOM OVERNIGHT MARK (ມາກພິດຜຶ້ງ)
ເຕັ່ງຕຶງໄດ້ ບໍ່ຕ້ອງສີດໂບທອກ
ຜະລິດຕະພັນເສີມຄວາມງາມ S MONE’ ໂດຍ SUCCESSMORE
MIRACLE BEE VENOM OVERNIGHT MARK (ມາກພິດຜຶ້ງ) ມາກຫນ້າໃສ ປ້ອງກັນຮິ້ວຮອຍແຫ່ງໄວ ຟື້ນຜິວຄ້ຳເສຍ ມະຫັດສະຈັນແຫ່ງພິດຜຶ້ງ ເຕັ່ງຕຶງໄດ້ ບໍ່ຕ້ອງສີດໂບທອກ
ມາກບໍາລຸງຜິວ ສໍາລັບກາງຄືນ ສູດເຂັ້ມຂົ້ນ ເພື່ອຜິວຫນ້າຂາວ ນຽນນຸ່ມ ກະຈ່າງໃສ ອີກລະດັບຂອງການບໍາລຸງຜິວຫນ້າ ມາກທີ່ອຸດົມໄປດ້ວຍສານອັນຊົງຄຸນຄ່າຫລາຍຈາກທໍາມະຊາດ ສານສະກັດຈາກພິດຜຶ້ງ ຊຶ່ງມີລິດອັນຊົງພະລັງໃນການຕໍ່ຕ້ານຮິ້ວຮອຍ ອີກທັງຍັງເປັນສານຕ້ານອະນຸມູນອິດສະລະຊັ້ນເລີດ ກະຕຸ້ນການສ້າງຄໍລາເຈນ ເຕີມເຕັມຮິ້ວຮອຍ ປ້ອງກັນຮິ້ວຮອຍແຫ່ງໄວ ສະເຕັມເຊວຈາກແອບເປີ້ນ ຊ່ວຍຟື້ນຜິວຄ້ຳເສຍຈາກມົນລະພາວະແລະແສງແດດ ເຜີຍຜິວຂາວໃສໄດ້ອຍ່າງໄວ ແລດູອ່ອນກວ່າໄວ ອາບູຕິນ ເສີມຄວາມຂາວເປ່ງປະກາຍໃຫ້ຜິວຫນ້າ
ຄຸນສົມບັດຂອງສ່ວນປະກອບ MIRACLE BEE VENOM OVERNIGHT MARK (ມາກພິດຜຶ້ງ)
Bee Venom
ພິດຈາກເຫຼັກໃນຂອງຜຶ້ງຈາກປະເທດນິວຊີແລນເປັນໂບທອກຈາກທໍາມະຊາດ ສາມາດຊ່ວຍກະຕຸ້ນການສ້າງຄໍລາເຈນ ຈຶ່ງເຮັດໃຫ້ຜິວມີຄວາມຍືດຫຍຸ່ນ ແລະກະຕຸ້ນການສ້າງເຊວໃຫມ່ໄດ້ດີ ເຮັດໃຫ້ຜິວພັນດູລຽບນຽນແລະເຕັ່ງຕຶງ ນອກຈາກນັ້ນຍັງຊ່ວຍເລື່ອງຄວາມລະຈ່າງໃສຂອງຜິວໄດ້ອຍ່າງຊັດເຈນ
Malus Domestica Fruit Extract (Stem cell)
ສະເຕັມເຊວຂອງແອບເປີ້ນຈາກສະວິດເຊີແລນ (Uttwiler Spatlauber) ຖືກບັນຈຸຢູ່ໃນ liposome ເພື່ອໃຫ້ສາມາດຊຶມສູ່ຊັ້ນຜິວໄດ້ອຍ່າງລ້ຳລຶກ ຊ່ວຍບໍາລຸງໃຫ້ເຊວຜິວມີອາຍຸຍືນຍາວຂຶ້ນ ມີ Anti Oxidant ຊ່ວຍຟື້ນຜິວຄ້ຳເສຍ ຈາກມົນລະພາວະແລະແສງແດດ ເຮັດໃຫ້ຜິວຂາວໃສດູອ່ອນເຍົາຢູ່ສະເຫມີ
ອາບູຕິນ
ສະກັດໄດ້ຈາກ Bearberry ເປັນສານຍັບຍັ້ງເອນໄຊ Tyrosinase ຊຶ່ງເປັນເອນໄຊສໍາຄັນທີ່ກະຕຸ້ນໃຫ້ເຊວສ້າງເມັດສີ (ເມລາໂນໄຊ) ຜະລິດເມລານິນອອກມາ ເມື່ອເຊວຜິວສ້າງເມັດສີນ້ອຍລົງ ຈຶ່ງເຮັດໃຫ້ຜິວດູຂາວນຽນແລະກະຈ່າງໃສຂຶ້ນ
ຄໍລາເຈນ
ເສີມຄວາມຍືດຫຍຸ່ນແລະກະຊັບໃຫ້ເຊວຜິວດ້ວຍ Collagen ຈາກປາທະເລນ້ຳເລິກທີ່ມີໂມເລກຸນເລັກ ເຮັດໃຫ້ຊຶມລຶກເຂົ້າສູ່ຜິວໄດ້ອຍ່າງໄວ ເຮັດຫນ້າທີ່ເສີມຄວາມລຽບນຽນຂອງຜິວ ເຮັດໃຫ້ຜິວແຂງແຮງແລະສິ່ງສໍາຄັນທີ່ຄູ່ກັນຄື ຊ່ວຍເພີ່ມ Elastin ໃຫ້ກັບຜິວ ໃນຂະນະທີ່ Collagen ມີຫນ້າທີ່ເປັນໂຄງສ້າງຂອງຜິວແລະເຮັດໃຫ້ຜິວເຕັ່ງຕຶງ Elastin ມີຫນ້າທີ່ເສີມຄວາມຍືດຫຍຸ່ນໃຫ້ກັບຜິວ ຈຶ່ງຊ່ວຍຕ້ານການເກີດຮິ້ວຮອຍ ເຮັດໃຫ້ຜິວພັນລຽບນຽນແລະເຕັ່ງຕຶງຫລາຍຂຶ້ນ
ກູຕ້າໄທໂອນ
ກົດອະມິໂນທີ່ສໍາຄັນຕໍ່ຮ່າງກາຍ ຊ່ວຍຕໍ່ຕ້ານອະນຸມູນອິດສະລະທີ່ທໍາຮ້າຍເຊວຜິວ ຍັບຍັ້ງການສ້າງເມັດສີເມລານິນໃນຜິວ ຊຶ່ງເປັນສາເຫດການເກີດ ຝ້າ ກະ ແລະຈຸດດ່າງດໍາເທິງໃບຫນ້າ ເຮັດໃຫ້ຜິວພັນຂາວສົດໃສ
ສານສະກັດຈາກຖົ່ວເຫລືອງ
ມອບຄວາມຊຸ່ມຊື້ນສູ່ຜິວ ລົດຈຸດດ່າງດໍາ ຝ້າ ກະ ເຮັດໃຫ້ຜິວລຽບນຽນຢ່າງເປັນທໍາມະຊາດ ອີກທັງຊ່ວຍເສີມຄວາມແຂງແຮງໃຫ້ກັບຜິວ
ວິທີໃຊ້ MIRACLE BEE VENOM OVERNIGHT MARK (ມາກພິດຜຶ້ງ):
ມາກຫນາໆ ກ່ອນນອນ ທົ່ວໃບຫນ້າແລະລໍາຄໍ ໂດຍບໍ່ຕ້ອງລ້າງອອກ ອາທິດລະ 2-3 ຄັ້ງ