Project Description
CLICK PLUS (ຄລິກ ພັດ)
ຜະລິດຕະພັນເສີມອາຫານ NUTRINAL ໂດຍ SUCCESSMORE
CLICK PLUS (ຄລິກ ພັດ) ຜະລິດຕະພັນເສີມອາຫານສໍາລັບສຸພາບສະຕີ ຊ່ວຍປັບສົມດຸນຂອງຮໍໂມນເພດໃນຮ່າງກາຍໃຫ້ເຮັດວຽກປະກະຕິ ທັງຍັງຊ່ວຍເພີ່ມລະບົບພູມຄຸ້ມກັນຂອງຮ່າງກາຍ ຜິວພັນລຽບນຽນ ຂາວໃສຢ່າງເປັນທໍາມະຊາດ
CLICK PLUS (ຄລິກ ພັດ) ປັບສົມດຸນຮໍໂມນ ຄືນສະເຫນ່ພາຍໃນ ດັ່ງສາວແຮກຮຸ່ນ ດ້ວຍນະວັດຕະກໍາ Bio-Phytoestrogen
ສຸດຍອດນະວັດຕະກໍາຂອງສານອາຫານໃນຜະລິດຕະພັນເສີມອາຫານຈາກແຫລ່ງວັດຖຸດິບຊັ້ນນໍາຂອງໂລກ ທີ່ຖືກຄັດສັນເພື່ອຜູ້ຍິງຢ່າງແທ້ຈິງ ອຸດົມດ້ວຍວິຕາມິນແລະແຮ່ທາດທີ່ຮ່າງກາຍດູດຊຶມແລະນໍາໄປໃຊ້ໄດ້ທັນທີ ເຫັນຜົນໄວບົ່ງບອກເຖິງຄວາມແຕກຕ່າງຢ່າງຊັດເຈນ
ຄຸນສົມບັດຂອງສ່ວນປະກອບ CLICK PLUS (ຄລິກ ພັດ)
ຕັງກຸຍ (Dong Quai)
ມີຄຸນສົມບັດລົດອາການປວດທ້ອງປະຈໍາເດືອນຊຶ່ງເກີດຈາກການຫົດລັດຕົວຂອງມົດລູກ ໃນຊ່ວງເວລາມີປະຈໍາເດືອນ ໃຊ້ຮັກສາອາການກ່ອນມີປະຈໍາເດືອນ Premenstrual Syndrome (PMS) ຊ່ວຍແກ້ອາການປະຈໍາເດືອນມາບໍ່ສະຫມໍ່າສະເຫມີ ຮັກສາພາວະເລືອດພ່ອງແລະເລືອດຄັ່ງ ປະຈໍາເດືອນເປັນລິ່ມເລືອດ ຮັກສາອາການຊ່ອງຄອດແຫ້ງ ຊ່ວຍໃນການຂັບນ້ຳຄາວປາແລະຊ່ວຍເຮັດໃຫ້ມົດລູກເຂົ້າອູ່ ພາຍຫລັງຄອດໄດ້ໄວຂຶ້ນ ນອກຈາກນີ້ຍັງຊ່ວຍບັນເທົາອາການຮ້ອນວູບວາບ ນອນໄມ່ຫລັບໃນສະຕີໄວທອງຊ່ວຍເສີມລິດຂອງຮໍໂມນເພດຍິງ ບໍາລຸງຜິວພັນໃຫ້ເປ່ງປັ່ງມີນ້ຳມີນວນ
ເກົ໋າກີ້ (Goji Berry)
ມີຄຸນສົມບັດຊ່ວຍສ້າງເມັດເລືອດໃຫ້ແຂງແຮງ ຊ່ວຍເພີ່ມຄວາມແຂງແຮງຂອງເມັດເລືອດຂາວ ເພີ່ມສະມັດຖະພາບທາງເພດ ຮັກສາພາວະມີບຸດຍາກຂອງເພດຍິງ ແລະຊ່ວຍເພີ່ມຄວາມແຂງແຮງຂອງຮັງໄຂ່ອີກດ້ວຍ
ໂປຕີນສະກັດຈາກຖົ່ວເຫລືອງ (Soy Protein Isolate)
ມີສານອອກລິດຄ້າຍຮໍໂມນເອດໂຕເຈນ (Phytoestrogen) ຊ່ວຍເພີ່ມມວນກະດູກ ຊ່ວຍດູແລຜິວພັນແລະຄືນຄວາມຂາວກະຈ່າງໃສໃຫ້ຜິວ ນອກຈາກນີ້ຍັງມີໄອໂຊຟາໂວນ (Isoflavone) ທີ່ຊ່ວຍລົດອາການຫມົດປະຈໍາເດືອນ ອາການຮ້ອນວູບວ້າບ ເຫງື່ອແຕກ ຊ່ອງຄອດແຫ້ງ ອາລົມບໍ່ປະກະຕິ
ສານສະກັດຈາກລູກຊັກ (Fenugreek Extract)
ສານ Diosgenin ເປັນສານປະເພດ Phytoestrogen ຕົວຫນຶ່ງ ມີຜົນຊ່ວຍປັບສົມດຸນຂອງຮໍໂມນຜູ້ຍິງ ລົດອາລົມແປປວນແລະອາການຕ່າງໆຂອງຜູ້ຍິງໄວຫມົດປະຈໍາເດືອນ ລວມທັງບັນເທົາອາການປວດປະຈໍາເດືອນ ແລະມີສ່ວນຊ່ວຍໃນການຂະຫຍາຍເຕົ້ານົມ
ສານສະກັດຈາກຊາຂຽວ (Green Tea Extract)
ຊ່ວຍບັນເທົາອາການອັກເສບຂອງສິວແລະເຕີມຄວາມຊຸ່ມຊື້ນໃຫ້ກັບຜິວ ມີວິຕາມິນເອແລະວິຕາມິນບີ 2 ຊ່ວຍບໍາລຸງຜິວໄດ້ເປັນຢ່າງດີ ສານແທນນິນໃນຊາຂຽວຊ່ວຍຂະຈັດຄວາມມັນສ່ວນເກີນແລະຊ່ວຍຮັກສາຄວາມຍືດຍຸ່ນຂອງຜິວ ແລະສານຄາເທຊິນ (Catechin) ໃນຊາຂຽວຊ່ວຍຍັບຍັ້ງການສ້າງສານເມລານິກ ຊຶ່ງເປັນສາເຫດຂອງການເກີດຝ້າກະ ຈຸດດ່າງດໍາ
ສານສະກັດຈາກອະເຊໂລລາເຊີລີ່ (Acerola Cherry Extract)
ມີປະລິມານວິຕາມິນຊີສູງກວ່າໃນສົ້ມ 30-80 ເທົ່າ ເສີມການເຮັດວຽກຂອງວິຕາມິນຊີເພື່ອປະສິດທິພາບໃນການເຮັດວຽກສູງສຸດ ລົດການເກີດລິ້ວຮອຍກ່ອນໄວ ເຮັດໃຫ້ຜິວກະຊັບ ຜິວຫນ້ານຽນ ລົດການເກີດຮິ້ວຮອຍກ່ອນໄວ
ໂຄເອນໄຊຄິວເທັນ (Coenzyme Q 10)
ມີຄຸນສົມບັດຕ້ານອະນຸມູນອິດສະລະ ປ້ອງກັນການເກີດຮິ້ວຮອຍກ່ອນໄວເຮັດໃຫ້ຮິ້ວຮອຍດູຈາງລົງ ຖະຫນອມຜິວພັນໃຫ້ສົດໃສ ເປ່ງປັ່ງ ແລະຊ່ວຍຊະລໍຄວາມເສື່ອມສະພາບຂອງເຊວຜິວ ທັງຍັງຊ່ວຍລົດຄວາມສ່ຽງໃນການເກີດມະເຮັງອີກດ້ວຍ
ສານສະກັດຈາກເປືອກສົນຝຣັ່ງເສດ (Pine Bark Extract)
ເປັນສານສະກັດຈາກຕົ້ນສົນມາລິໄທຂອງປະເທດຝຣັ່ງເສດ ຊຶ່ງມີສານສະກັດທີ່ເປັນສານຈໍາພວກຟາໂວນອຍທີ່ມີໂຄງສ້າງແບບໂພລີຟີນອນ ມີຄຸນສົມບັດຕໍ່ຕ້ານອະນຸມູນອິດສະລະທີ່ມີປະສິດທິພາບຫລາຍກວ່າວິຕາມິນຊີ 20 ເທົ່າ ແລະດີກວ່າວິຕາມິນອີ 50 ເທົ່າ
ສານສະກັດຈາກທັບທິມ (Pomegranate Extract)
ສານສະກັດຈາກທັບທິມສາຍພັນພິເສດຈາກປະເທດສະເປນອຸດົມດ້ວຍສານກຸ່ມໂພລີຟີນອນ ທີ່ອອກລິດຕ້ານອະນຸມູນອິດສະລະໄດ້ອຍ່າງດີຢ້ຽມ ມີປະສິດທິພາບໃນການລົດເລືອນຮິ້ວຮອຍ ຈຸດດ່າງດໍາ ຊ່ວຍຍັບຍັ້ງການສ້າງເມັດສີຜິວ ກະຕຸ້ນການຜັດເຊວຜິວ ແລະສານເອວລາຈິກ (Ellagic Acid) ໃນທັບທິມມີຜົນຍັບຍັ້ງການສ້າງເມັດສີທີ່ເຮັດໃຫ້ສີຜິວເຂັ້ມຂຶ້ນຈາກການກະຕຸ້ນໂດຍຮັງສີຍູວີ
ໄຮໂດໄລຟິດຄໍລາເຈນ ໄຕເປບໄທ (Hydrolyzed Fish Collagen Tripeptide)
ເປັນຄໍລາເຈນຈາກປານ້ຳຈືດ ຊຶ່ງນໍາເຂົ້າຈາກປະເທດຍີ່ປຸ່ນ ຊ່ວຍຟື້ນຟູສຸຂະພາບຜິວ ເພີ່ມຄວາມຍືດຫຍຸ່ນຊຸ່ມຊື້ນໃຫ້ກັບຜິວ ເຮັດໃຫ້ຜິວພັນຂາວໃສ ຄືນຄວາມອ່ອນເຍົາ ທັງຍັງເປັນຕົວກະຕຸ້ນໃຫ້ເກີດການສ້າງເສັ້ນເລືອດແລະເນື້ອເຍື່ອຕ່າງໆ ແລະບໍາລຸງສຸຂະພາບຜົມ ເລັບ
ໄລໂຄປີນ 10% (Lycopene 10%)
ສານສະກັດຈາກມະເຂືອເທດມີຄວາມເຂັ້ມຂົ້ນຂອງສານໄລໂຄປີນສູງເຖິງ 10% ເປັນວັດຖຸດິບທີ່ມີຄຸນນະພາບສູງ ນໍາເຂົ້າຈາກປະເທດສະວິດເຊີແລນ ເປັນສານຕ້ານອະນຸມູນອິດສະລະທີ່ດີກວ່າເບຕ້າແຄໂລທີນ 2 ເທົ່າ ແລະແອວຟາໂທໂຄຟີລອນ 10 ເທົ່າ ຊ່ວຍລົດຄວາມຮຸນແຮງຂອງການເຜົາໄຫມ້ຂອງຜິວຫນັງຈາກແສງ ລົດຄວາມສ່ຽງຂອງມະເຮັງຜິວຫນັງ ທັງຍັງຊ່ວຍຊະລໍຄວາມເສື່ອມຂອງເຊວຜິວຊ່ວຍໃຫ້ຜິວອົມຊົມພູມີເລືອດຝາດ ຜິວພັນສົດໃສ ເປ່ງປັ່ງ ສຸຂະພາບດີບໍ່ໄວຕໍ່ແສງແດດ
ສານສະກັດຈາກພິກໄທດໍາ (Black Pepper Extract)
ສານສະກັດຈາກພິກໄທດໍາເຂັ້ມຂົ້ນຈາກປະເທດອິນເດຍ ມີສານພິເພີລີນ (Piperine) ຊ່ວຍໃນການເຜົາຜານໄຂມັນ ເລັ່ງການເຜົາຜານໄຂມັນເກົ່າ ຊ່ວຍລົດອັດຕາການສະສົມໄຂມັນໃຫມ່ ແລະຊ່ວຍກະຕຸ້ນລະບົບການຍ່ອຍອາຫານໃນກະເພາະອາຫານ ແລະຍັງຊ່ວຍເພີ່ມປະສິດທິພາບໃນການດູດຊຶມສານອາຫານແລະວິຕາມິນຕ່າງໆ ເຂົ້າສູ່ຮ່າງກາຍຫລາຍຂຶ້ນດ້ວຍ
ດີ-ແອວຟາ-ໂທໂຄເຟອລິວ ແອຊິດ ຊັກຊິເນດ (D-Alpha-Tocopheryl Acid Succinate)
ເປັນສານຕ້ານອະນຸມູນອິດສະລະຊັ້ນຢ້ຽມ ປ້ອງກັນການເກີດອອກຊິເດຊັ່ນຂອງສານໃນກຸ່ມໄຂມັນ ຊ່ວຍປ້ອງກັນຜິວຈາກການໄຫມ້ກຽນ ຮິ້ວຮອຍຫ່ຽວຍົ່ນແລະຮອຍແຜເປັນໄດ້ດີ ທັງຍັງຊ່ວຍດູດຊັບສານອະນຸມູນອິດສະລະໃນເນື້ອເຍື່ອຕ່າງໆ ເສີມສ້າງຄວາມແຂງແຮງຂອງຜະຫນັງເຊວ ເຮັດໃຫ້ເຊວຜິວແຂງແຮງຂຶ້ນ ທົນຕໍ່ຮັງສີຍູວີໃນແສງແດດໄດ້ດີຂຶ້ນ
ກົດອັນຟ່າໄລໂປອິກ (Alpha Lipoic Acid)
ເປັນສານຕ້ານອະນຸມູນອິດສະລະປະສິດທິພາບສູງ ຊ່ວຍໃຫ້ຜິວພັນມີສຸຂະພາບດີ ສົດໃສ ແລະມີຜົນຕໍ່ການລົດຈຸດດ່າງດໍາ ຊະລໍຄວາມເສື່ອມທີ່ຜິວຫນັງໄດ້ເປັນຢ່າງດີ
ວິທີຮັບປະທານ CLICK PLUS (ຄລິກ ພັດ):
ຮັບປະທານວັນລະ 1 ແຄບຊູນ ກ່ອນນອນ
ຂະຫນາດບັນຈຸ ກ່ອງລະ 30 ແຄບຊູນ