Project Description
CLEAR PLUS NATURAL FACIAL SOAP (ສະບູ່ເຄຍ)
ເຕີມຄວາມຊຸ່ມຊື່ນ ພ້ອມເຜີຍຜິວກະຈ່າງໃສ
ຜະລິດຕະພັນເສີມຄວາມງາມ S MONE’ ໂດຍ SUCCESSMORE
CLEAR PLUS NATURAL FACIAL SOAP (ສະບູ່ເຄຍ) ເຕີມຄວາມຊຸ່ມຊື່ນ ພ້ອມເຜີຍຜິວກະຈ່າງໃສ ສໍາຜັດຟອງນຽນນຸ່ມ ສູດສະເພາະໃນຫນຶ່ງດຽວທີ່ອຸດົມໄປດ້ວຍສານອາຫານບໍາລຸງຜິວ ຕັ້ງແຕ່ຂັ້ນຕອນທໍາອິດຂອງການເຮັດຄວາມສະອາດຜິວຫນ້າ ຊ່ວຍເຮັດໃຫ້ຜິວນຽນນຸ່ມ ກະຊັບເຕັ່ງຕຶງ ພ້ອມດ້ວຍສານສະກັດທີ່ຊ່ວຍລົດສາເຫດຂອງການເກີດສິວ ໃຫ້ຄວາມຊຸ່ມຊື້ນ ເພື່ອຜິວຫນ້າຂາວກະຈ່າງໃສຢ່າງເປັນທໍາມະຊາດ
ECOCERT (National Organic Standard Board) ຈາກສະຫະລັດອະເມລິກາ (USDA) ຜ່ານການຮັບຮອງສານສະກັດທີ່ມາຈາກພືດ ຜ່ານຂັ້ນຕອນໃນການເພາະປູກແລະການເກັບກ່ຽວທີ່ປອດຈາກສານພິດ ຈຶ່ງຫມັ້ນໃຈວ່າ ສະບູ່ CLEAR PLUS ເຮັດຄວາມສະອາດໄດ້ຫມົດຈົດແລະປອດໄພ ອ່ອນໂຍນຕໍ່ທຸກສະພາບຜິວ
ຄຸນສົມບັດຂອງສ່ວນປະກອບ CLEAR NATURAL FACIAL SOAP (ສະບູ່ເຄຍ)
Maitake Mushroom Extract
ສານສະກັດຈາກເຫັດໄມຕາເກະ ຮູ້ຈັກກັນໃນນາມຂອງ King of Mushroom (ຣາຊາແຫ່ງເຫັດ) ເປັນເຫັດສະຫມຸນໄພທີ່ມີຂະຫນາດໃຫຍ່ ຄຸນນະພາບສູງ ແລະມີລາຄາແພງ ພົບໄດ້ໃນແຖບທະວີບເອເຊຍ ອະເມລິກາເຫນືອແລະຍຸໂລບ ເປັນເຫັດທີ່ຫາຍາກ ອຸດົມໄປດ້ວຍໂປແຕສຊຽມ ແມກນີຊຽມ ແຄວຊຽມ ໄຟເບີ ກົດອະມິໂນ ວິຕາມິນ D2, B2, C, Niacin ແລະສານ Adaptogen ທີ່ຊ່ວຍໃນການປັບສົມດຸນໃຫ້ຮ່າງກາຍ
– ຊ່ວຍຍັບຍັ້ງການສ້າງເອນໄຊຄໍລາຈິເນດ ຊຶ່ງເປັນເອນໄຊທີ່ຍ່ອຍຄໍລາເຈນ
– ຊ່ວຍເພີ່ມການສ້າງຄໍລາເຈນແລະສ້າງເຊວໃຫມ່ໃຫ້ກັບຜິວ
– ຊ່ວຍຕໍ່ຕ້ານອະນຸມູນອິດສະລະ ທີ່ເປັນຕົ້ນເຫດຂອງການເກີດຮິ້ວຮອຍ
– ປ້ອງກັນຜິວເສຍຈາກແສງແດດ
– ຊ່ວຍໃຫ້ຜິວຫນ້າກະຊັບເຕັ່ງຕຶງ ເປ່ງປັ່ງສົດໃສ
Gold Pearl
ຜົງໄຂ່ມຸກແທ້ ປະກອບດ້ວຍແຄວຊຽມແລະກົດອະມິໂນ ທີ່ມີປະໂຍດຕໍ່ຜິວ
– ຊ່ວຍດູດຊັບສານພິດອອກຈາກຜິວ
– ຊ່ວຍເຕີມເຕັມເຊວຜິວໃຫ້ແຂງແຮງ ເຮັດໃຫ້ຜິວດູນຽນລຽບ
– ຊ່ວຍໃຫ້ຜິວຂາວເປ່ງປະກາຍສົດໃສ
Olive Oil
ສານສະກັດຈາກນ້ຳມັນມະກອກໂປເກສຈາກປະເທດຝຣັ່ງເສດ
– ຊ່ວຍໃນການຊໍາລະລ້າງສິ່ງສົກກະປົກ ແລະລົດຄວາມມັນເທິງໃບຫນ້າ
– ປົກປ້ອງນ້ຳຫລໍ່ລ້ຽງຜິວ ເຮັດໃຫ້ຜິວພັນນຸ່ມນວນບໍ່ແຫ້ງກ້ານ
Colloidal Gold
ສານສະກັດຈາກທອງຄໍາອັນຍະມະນີທີ່ລ້ຳຄ່າຕະຫຼອດການ ຊຶ່ງມີການນໍາທອງຄໍາມາໃຊ້ຕັ້ງແຕ່ຍຸກຂອງພະນາງຄີໂອພັດຕາ
– ຊ່ວຍຕ້ານອະນຸມູນອິດສະລະ
– ຕ້ານອາການອັກເສບຂອງຜິວທີ່ເກີດຈາກຮັງສີຍູວີ
– ບໍາລຸງຜິວພັນແລະລົດເລືອນຮິ້ວຮອຍແຫ່ງໄວ
Manuka Honey Extract
ສານສະກັດນ້ຳຜຶ້ງຈາກຕົ້ນມານູກ້າ ຈາກປະເທດນິວຊີແລນ
– ມີສານ Unique Manuka Factor ພົບໄດ້ໃນນ້ຳຜຶ້ງຈາກຕົ້ນມານູກ້າເທົ່ານັ້ນ
– ຊ່ວຍເຮັດໃຫ້ຂະບວນການຜັດເຊວຜິວໃຫມ່ ບໍາລຸງຜິວແລະຟື້ນຟູສະພາບຜິວ
– ຕ້ານເຊື້ອແບັກທີເລຍ ຊ່ວຍລົດການເກີດສິວ
Ginseng Extract
ສານສະກັດຈາກໂສມ
– ຊ່ວຍປັບສະພາບຜິວພັນໃຫ້ເຕັ່ງຕຶງ ແລດູອ່ອນກວ່າໄວ
– ຊ່ວຍປ້ອງກັນການເກີດຮິ້ວຮອຍຫ່ຽວຍົ່ນ ຊະລໍຮິ້ວຮອຍ ເຮັດໃຫ້ຜິວອ່ອນນຸ່ມຊຸ່ມຊື້ນ
– ກະຕຸ້ນໃຫ້ເກີດການຫມຸນວຽນຂອງໂລຫິດໃຕ້ຜິວຫນັງ ເຮັດໃຫ້ຜິວເປ່ງປັ່ງສົດໃສ
PCT Malus Domestiga
ສະເຕັມເຊວຈາກແອບເປີ້ນຈາກປະເທດສະວິດເຊີແລນ
– ເຮັດຫນ້າທີ່ໃນການປົກປ້ອງ Stem Cell ຂອງຜິວຫນ້າ ໃຫ້ມີອາຍຸຍືນຍາວຫລາຍຂຶ້ນ
– ຊ່ວຍຊະລໍຄວາມເສື່ອມຂອງເຊວຜິວ ຕໍ່ຕ້ານຮິ້ວຮອຍແຫ່ງໄວ
– ຊ່ວຍໃຫ້ຜິວຍືດຫຍຸ່ນ ແຂງແຮງ ເຜີຍຜິວຂວາ ສົດໃສ
Green Caviar Extract
ສາຫລ່າຍພວງອງຸ່ນ ນໍາເຂົ້າຈາກປະເທດເກົາຫລີ ມີຮູບຮ່າງຄ້າຍໄຂ່ປາຄາເວຍ ຫລືປາສະເຕີຈຽນ
– ຊ່ວຍເພີ່ມຄວາມຊຸ່ມຊື້ນໃຫ້ແກ່ຜິວ ອຸດົມໄປດ້ວຍວິຕາມິນ ແຮ່ທາດຫລາກຫລາຍຊະນິດ ທີ່ມີປະສິດທິພາບໃນການບໍາລຸງຢ່າງລ້ຳລຶກ
– ຊ່ວຍຟື້ນຟູເຊວຜິວໃຫ້ແລດູອ່ອນເຍົາ
ວິທີໃຊ້ CLEAR PLUS NATURAL FACIAL SOAP (ສະບູ່ເຄຍ):
ຟອກສະບູ່ຈົນເກີດຟອງລະອຽດ ລູບໄລ້ທົ່ວໃບຫນ້າແລ້ວລ້າງອອກດ້ວຍນ້ຳສະອາດທຸກເຊົ້າ-ເຢັນ