Project Description
ຢາຖູແຂ້ວເບນຟິເຕ້ (Benfite’ Toothpaste)
ເພື່ອເຫງືອກແລະແຂ້ວທີ່ແຂງແຮງ
ຜະລິດຕະພັນໃຊ້ໃນຊີວິດປະຈໍາວັນ BODY CHEER ໂດຍ SUCCESSMORE
ຢາຖູແຂ້ວເບນຟິເຕ້ (Benfite’ Toothpaste) ນະວັດຕະກໍາໃຫມ່ຫຼ້າສຸດຂອງຢາຖູແຂ້ວ ເພື່ອເຫງືອກແລະແຂ້ວທີ່ແຂງແຮງ ອ່ອນໂຍນດ້ວຍສູດ SLS FREE ເຫມາະສໍາລັບທຸກຄົນໃນຄອບຄົວ ພ້ອມຄຸນປະໂຍດຄົບທຸກຂັ້ນຕອນຂອງການດູແລຊ່ອງປາກ ປອດໄພຕໍ່ເຄືອບແຂ້ວດ້ວຍ ສານໄຮເດດເຕດຊິລິກ້າ ຊ່ວຍໃຫ້ແຂ້ວຂາວສະອາດຢ່າງອ່ອນໂຍນ ຊ່ວຍຂະຈັດຄາບພລາກ ແຂ້ວສະອາດສົດໃສຂຶ້ນ ຜະສົມສານສະກັດສະຫມຸນໄພຫລາຍຊະນິດຜະສານກັບນາໂນໄຕໂຄຊານ ຊ່ວຍລົດການສະສົມຂອງແບັກທີເລຍໃນຊ່ອງປາກແລະກິ່ນປາກ ເຮັດໃຫ້ລົມຫາຍໃຈຫອມສົດຊື່ນໄດ້ຍາວນານຕະຫຼອດວັນ ພ້ອມທັງດູແລເຫງືອກແລະແຂ້ວດ້ວຍສານໂພແທດຊຽມໄນເຕດ ຄີເອທີນ ແລະວິຕາມິນຊີ ເພື່ອອະນາໄມໃນຊ່ອງປາກທີ່ດີ
9 ຄຸນປະໂຍດຂອງ ຢາຖູແຂ້ວເບນຟິເຕ້ (Benfite’ Toothpaste)
– ລົດການສະສົມຂອງແບັກທີເລຍ
– ຂະຈັດຄາບພລາກແລະຄາບຫິນປູນ
– ແຂ້ວຂາວສະອາດຂຶ້ນ
– ຊ່ອງປາກຊຸ່ມຊື້ນຂຶ້ນ
– ລົດການອັກເສບ
– ລົດການສຽວແຂ້ວ
– ບໍາລຸງເຫງືອກແລະແຂ້ວໃຫ້ແຂງແຮງຂຶ້ນ
– ລົດກິ່ນປາກ
– ເພີ່ມລົມຫາຍໃຈໃຫ້ຫອມສົດຊື່ນໄດ້ຍາວນານຕະຫຼອດວັນ
ຄຸນສົມບັດຂອງສ່ວນປະກອບ ຢາຖູແຂ້ວເບນຟິເຕ້ (Benfite’ Toothpaste)
ຄີເອທີນ
– ຊ່ວຍປົກປ້ອງເຍື່ອບຸໃນຊ່ອງປາກ ໂດຍການປ້ອງກັນຄວາມເສຍຫາຍຂອງເຍື່ອບຸເຊວ
– ສາມາດກັກເກັບນ້ຳໄວ້ໃນເຍື່ອບຸຊ່ອງປາກໄດ້ ເຮັດໃຫ້ປາກຊຸ່ມຊື່ນ ລົດອາການປາກແຫ້ງ
– ຊ່ວຍຕໍ່ຕ້ານໂລກເຫງືອກອັກເສບແລະປະລິທັນ ໂດຍການກະຕຸ້ນໃຫ້ເກີດການເຕີບໂຕຂອງເສັ້ນໃຍໄຟໂບບາດ (Fibroblast) ເຮັດໃຫ້ເຫງືອກແລະແຂ້ວແຂງແຮງ
ໄຮເດດເຕດຊິລິກ້າ
– ດ້ວຍອະນຸພາກຂະຫນາດໄມໂຄເມດ ຊຶ່ງເລັກທີ່ສຸດເຮັດໃຫ້ມີປະສິດທິພາບໃນການເຮັດຄວາມສະອາດສູງ ອ່ອນໂຍນບໍ່ທໍາລາຍເຄືອບແຂ້ວ
– ຊ່ວຍຂະຈັດຄາບພລາກ ແລະຄາບຕ່າງໆ ໄດ້ດີ ຊ່ວຍລົດການສະສົມຂອງແບັກທີເລຍ ຊຶ່ງເປັນສາເຫດຂອງກິ່ນປາກ ແລະໂລກເຫງືອກ
ນາໂນ ໄຕໂຄຊານ
ອະນຸພາກຂະຫນາດ 100 nm ທີ່ບັນຈຸສານໄຕໂຄຊານ ມີລິດຍັບຍັ້ງເຊື້ອແບັກທີເລຍທີ່ເປັນສາເຫດຂອງໂລກເຫງືອກແລະແຂ້ວຜຸໄດ້ດີ ຊ່ວຍລົດການກໍ່ຕົວຂອງຄາບພລາກ ແລະລົດກິ່ນປາກ
ໂພແທດຊຽມ ໄນເຕດ
ຊ່ວຍອຸດຊ່ອງເຊື່ອມຕໍ່ເລັກໆ ທີ່ມີຢູ່ລະຫວ່າງຜິວແຂ້ວກັບເສັ້ນປະສາດ ຈຶ່ງຊ່ວຍຢຸດຍັ້ງຂະບວນການສົ່ງຜ່ານຄວາມຮູ້ສຶກບໍລິເວນປາຍປະສາດແຂ້ວ ເຮັດໃຫ້ລົດແລະປ້ອງກັນອາການສຽວແຂ້ວໄດ້
ວິຕາມິນຊີ
ຊ່ວຍຕໍ່ຕ້ານອະນຸມູນອິດສະລະ ມີຄຸນສົມບັດຊ່ວຍເພີ່ມພູມຕ້ານທານໃຫ້ກັບຮ່າງກາຍ ແລະບໍາລຸງເຫງືອກໃຫ້ແຂງແຮງ
ສານສະກັດຈາກສະຫມຸນໄພ Myrrh
ປະກອບໄປດ້ວຍນ້ຳມັນຫອມລະເຫີຍ ມີຄຸນສົມບັດລົດການສະສົມຂອງແບັກທີເລຍ ຈຶ່ງຊ່ວຍລົດການເກີດຄາບພລາກ ປ້ອງກັນໂລກເຫງືອກອັກເສບ
ສານສະກັດຈາກສະຫມຸນໄພອິຊິນາເຊຍ
ຊ່ວຍດູແລເຫງືອກໃຫ້ແຂງແຮງ ມີຄຸນສົມບັດຕ້ານການອັກເສບ ບັນເທົາອາການປວດຂອງໂລກເຫງືອກອັກເສບ
ໄຊລິທອນ
ສານໃຫ້ຄວາມຫວານແທນນ້ຳຕານ ທີ່ບໍ່ເປັນອາຫານຂອງແບັກທີເລຍ ຊ່ວຍລົດການສະສົມຂອງແບັກທີເລຍໃນຊ່ອງປາກ ຈຶ່ງຊ່ວຍປ້ອງກັນແຂ້ວຜຸ
ນ້ຳມັນການພູ
ນ້ຳມັນຫອມລະເຫີຍຈາກດອກການພູ ຊ່ວຍບັນເທົາອາການປວດ ແລະລົດການອັກເສບຂອງເຫງືອກແລະແຂ້ວ
ນ້ຳມັນຫອມລະເຫີຍສະລະແຫນ່
– ນ້ຳມັນຫອມລະເຫີຍຈາກມິ້ນທໍາມະຊາດ ມີສັບພະຄຸນຊ່ວຍຍັບຍັ້ງເຊື້ອໂລກ ຮັກສາສົມດຸນ ແລະລົດອາການເຈັບປວດ
– ໃຫ້ກິ່ນຫອມເຢັນລຶກ ເຮັດໃຫ້ຮູ້ສຶກສົດຊື່ນ ກະຕຸ້ນໃຫ້ເກີດຄວາມກະປີ້ກະເປົ່າ
ປະລິມານ 150 ກໍາ